ປິດຊຸດອົບຮົມ-ຫັດແອບ ໃຫ້ພະນັກງານລັດຖະກອນປ້ອງກັນຊາດ
ເວລາອອກຂ່າວ: 2026-09-08 12:02:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ: ![]()
ໃນບໍ່ດົນຜ່ານມານີ້, ກອງບັນຊາການທະຫານແຂວງຄຳ ມ່ວນໄດ້ຈັດພິທີປິດຊຸດອົບຮົມ- ຫັດແອບການທະຫານ, ການ ເມືອງ ແລະ ພະລາທິການ-ເຕັກ ນິກໃຫ້ພະນັກງານລັດຖະກອນປ້ອງກັນຊາດ ຢູ່ທີ່ໂຮງຮຽນການ ທະຫານທ້ອງຖິ່ນແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ພັນເອກ ບຸນເລີດ ບຸບຜາວັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຄຳມ່ວນ, ສະຫາຍ ປອ ບຸນປອນ ທອງສຸວັນນະລາດ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິ ລາແຂວງ, ມີຄະນະພັກ-ຄະນະບັນຊາອົງການ 6 ຫ້ອງ, ພະ ແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອຳນວຍການໂຮງ ຮຽນ ຕະຫຼອດຮອດ ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນໂທ ວັນທະວີ ຈະເລີນສຸກ ຫົວໜ້າພະແນກອົບຮົມ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານ ບົດສະຫຼຸບບັ້ນອົບຮົມ-ຫັດແອບ ການທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກໃຫ້ລັດ ຖະກອນປ້ອງກັນຊາດ ຊຸດທີ I ປະຈຳປີ 2026, ບັ້ນອົບຮົມ-ຫັດແອບດັ່ງກ່າວມີຈຳນວນພົນເຂົ້າຮ່ວມທັງໝົດ 104 ສະຫາຍ, ໂດຍປະຕິບັດແຜນການສິດສອນ ລວມມີ 3 ພາກ ຄື: ພາກການເມືອງ, ພາກການທະຫານ ແລະ ພາກພະ ລາທິການ-ເຕັກນິກ, ຂຶ້ນຫ້ອງສິດສອນ ແລະ ຫັດແອບພາກສະໜາມ ລວມ 140 ຊົ່ວໂມງ. ຜ່ານການອົບຮົມ-ຫັດແອບ ທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ ສາມາດຕີ ລາຄາຜົນໄດ້ຮັບຂັ້ນດີມີ 98 ສະຫາຍ ແລະ ຄາດໝາຍ 6 ສະ ຫາຍ, ສະເລ່ຍຜົນໄດ້ຮັບລວມເທົ່າກັບ 94%, ຈາກນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ພະນັກງານລັດຖະກອນປ້ອງກັນຊາດ ທີ່ສຳເລັດການອົບຮົມຄັ້ງນີ້ຢ່າງສົມກຽດ, ໂດຍການມອບຂອງສະຫາຍ ພັນໂທ ເຄນທອງ ຫອມສົມບັດ ຫົວໜ້າການທະ ຫານ ໂຮງຮຽນການທະຫານທ້ອງຖິ່ນແຂວງຄຳມ່ວນ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















