ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ປິດ​ຊຸດ​ອົບຮົມ-ຫັດ​ແອບ ໃຫ້​ພະນັກງານ​ລັດຖະກອນ​ປ້ອງ​ກັນ​ຊາດ
ເວລາອອກຂ່າວ: 2026-09-08 12:02:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງຄຳ​ ມ່ວນໄດ້​ຈັດ​ພິທີປິດ​ຊຸດອົບຮົມ- ຫັດ​ແອບ​ການ​ທະຫານ, ການ ເມືອງ ແລະ ພະລາທິການ-ເຕັກ ນິກໃຫ້​ພະນັກງານ​ລັດຖະກອນ​ປ້ອງ​ກັນ​ຊາດ ຢູ່​ທີ່​ໂຮງຮຽນການ ​ທະຫານ​ທ້ອງຖິ່ນ​ແຂວງ​ຄຳມ່ວນ, ໂດຍ​ການ​ເປັນ​ປະທານ​ຮ່ວມ ຂອງ​ ສະຫາຍ ພັນ​ເອກ ບຸນເລີດ ບຸບຜາວັນ ຫົວໜ້າ​ການທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ສະຫາຍ ​ປອ ບຸນປອນ ທອງ​ສຸວັນນະ​ລາດ ຮອງຫົວໜ້າ​ ພະ​ແນກ​ສຶກ​ສາ​ທິການ ແລະ ກິ ລາ​ແຂວງ, ມີ​ຄະນະ​ພັກ-ຄະນະ​ບັນຊາອົງການ 6 ຫ້ອງ, ພະ ແນກການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງ ຮຽນ ຕະຫຼອດ​ຮອດ ຄູ-ອາຈານ ແລະ ນັກ​ເຝິກອົບຮົມ ເຂົ້າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ວັນທະວີ ຈະເລີນ​ສຸກ ຫົວໜ້າ​ພະ​ແນກ​ອົບຮົມ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້ຜ່ານ ​ບົດ​ສະຫຼຸບບັ້ນ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ ແລະ ພະລາທິການ-ເຕັກນິກໃຫ້​ລັດ ຖະກອນ​ປ້ອງ​ກັນ​ຊາດ ຊຸດ​ທີ I ປະຈຳ​ປີ 2026, ບັ້ນ​ອົບຮົມ-ຫັດ​ແອບ​ດັ່ງກ່າວມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ​ທັງ​ໝົດ 104 ສະຫາຍ, ໂດຍ​ປະຕິບັດ​ແຜນການ​ສິດສອນ ລວມ​ມີ 3 ພາກ ຄື: ພາກ​ການເມືອງ, ພາກ​ການ​ທະຫານ ແລະ ພາກພະ ລາທິການ-ເຕັກນິກ, ຂຶ້ນ​ຫ້ອງ​ສິດສອນ ແລະ ຫັດ​ແອບ​ພາກ​ສະໜາມ ລວມ 140 ຊົ່ວໂມງ. ຜ່ານ​ການ​ອົບຮົມ-ຫັດ​ແອບ ທັງ​ພາກ​ທິດ​ສະ​ດີ​ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ ສາມາດຕີ​ ລາຄາ​ຜົນ​ໄດ້​ຮັບຂັ້ນ​ດີ​ມີ 98 ສະຫາຍ ແລະ ຄາດໝາຍ 6 ສະ ຫາຍ, ສະເລ່ຍ​ຜົນ​ໄດ້​ຮັບ​ລວມ​ເທົ່າ​ກັບ 94%, ຈາກ​ນັ້ນ, ກໍ​ໄດ້​ມອບ​ໃບຢັ້ງຢືນໃຫ້​ພະນັກງານ​ລັດຖະກອນ​ປ້ອງ​ກັນ​ຊາດ ທີ່​ສຳເລັດ​ການ​ອົບຮົມຄັ້ງ​ນີ້​ຢ່າງ​ສົມ​ກຽດ, ໂດຍ​ການ​ມອບ​ຂອງ​ສະຫາຍ ພັນ​ໂທ ເຄນທອງ ຫອມສົມບັດ ຫົວໜ້າ​ການ​ທະ ຫານ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ຄຳ​ມ່ວນ. ໂດຍ: ເກດ​ມະນີ ສຸວັນນະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ