ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ກົມ​ກອງ​ທະຫານ ກັບ ຮາກ​ຖານ​ປະຊາຊົນ
ເວລາອອກຂ່າວ: 2026-09-08 12:03:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 141 | ຄວາມນິຍົມ:



ປະຕິບັດ​ຕາມ​ຄຳ​ສັ່ງແນະ ນຳ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ, ກຸ່ມ​ບ້ານ​ພັດທະນາ ແລະ ບ້ານ​ແຮກສ່ຽວ ໃຫ້​ຖືກຕ້ອງ, ສອດຄ່ອງ​ກັບສະ ພາບ​ຕົວ​ຈິງ​ໃນ​ເງື່ອນໄຂ​ປັດຈຸບັນ ​ແມ່ນ​ໄດ້​ກຳນົດ​ທິດ​ທາງ, ເປົ້າ ໝາຍ ແລະ ມາດ​ຕະການ​ສ້າງ​ທ້ອງຖິ່ນ​ໃຫ້​ມີ​ຄວາມ​ເຂັ້ມແຂງ​ສາມາດ​ເປັນ​ແປ້ນ​ຢັນ​ທີ່​ແຂງ​ແກ່ນ​ຕາມ​ມະຕິ​ຕົກລົງ​ຂອງ​ກົມ​ການເມືອງ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນຫົວ ໜ່ວຍ​ເຂັ້ມແຂງ​ຮອບດ້ານ ແລະ ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດທະ ນາ. ເພາະວ່າ​ການ​ສ້າງ​ຮາກຖານ ​ໃຫ້​ເຂັ້ມແຂງ​ຕ້ອງ​ຕິດ​ພັນ​ກັບ​ການ​ສ້າງ​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໂດຍ​ກົງ​ນີ້​ແມ່ນ​ແຜນ​ຍຸດ​ທະ​ສາດ​ຂອງ​ພັກ​ເຮົາ​ໄດ້​ກຳນົດ​ອອກມາ ແລະ ຢາກເຮັດ​ໄດ້​ຄື​ແນວ​ນັ້ນ. ຄະນະ ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ສູງ​ກາງ-ທ້ອງຖິ່ນ, ຄະນະກຳມະ ການ​ປ້ອງ​ກັນ​ຊາດ-ປ້ອງກັນ​ ຄວາມ​ສະຫງົບ​ຂັ້ນ​ຕ່າງໆ ຕ້ອງ​ໄດ້​ຊີ້​ນຳ​ຢ່າງ​ໃກ້ຊິດ​ແທດ​ເຖິງ​ໂດຍກົງຮອບດ້ານ ຮູ້ສ້າງກຳລັງ​ ທະຫານ​ທ້ອງຖິ່ນໃຫ້ມີຄວາມ​ເຂັ້ມແຂງໄປ​ພ້ອມໆ​ກັນ ຄື: ສ້າງ​ການ​ເຝິກອົບຮົມ​ດ້ານ​ການ ເມືອງ-ແນວ​ຄິດ​ປະຕິວັດ​ບວກ​ກັບ​ຄຸນສົມບັດ​ສິນ​ທຳ​ປະຕິວັດ ແລະ ນ້ຳໃຈ​ຮັກ​ຊາດ​ອັນ​ດູດດື່ມ; ສ້າງ​ໃຫ້​ກຳລັງ​ປະກອບ​ອາວຸດ​ທ້ອງຖິ່ນ​ຮູ້​ໜ້າທີ່​ການເມືອງ​ຂອງ​ຕົນ, ຍ້ອມ​ເສຍສະຫຼະ​ຊີວິດ​ເພື່ອ​ປະເທດ​ຊາດ ແລະ ເພື່ອ​ປະຊາຊົນ ໄປ​ສົມ​ຄູ່​ກັບ​ການ​ຍົກ​ສູງ​ວຽກ​ງານ​ອົບຮົມ-ຫັດ​ແອບ ທາງ​ດ້ານ​ສິນລະປະ​ຍຸດ-ຍຸດ​ທະວີ​ທີ​ຂັ້ນ​ພື້ນ ຖານ​ຂອງ​ທະຫານ​ຮາບ ແລະ ເຕັກນິກ​ເຫຼົ່າ​ຮົບ​ວິຊາ​ສະເພາະ​ໃຫ້​ມີ​ຄວາມ​ຊຳນິ​ຊຳນານ, ສ້າງ​ກຳລັງ​ທະຫານ​ທ້ອງຖິ່ນ​ໃຫ້​ມີ​ຄວາມ​ຮູ້​ໃໝ່​ທາງ​ດ້ານ​ການ​​ທະ ຫານ-ເຕັກນິກ​ວິທະຍາສາດ ເພື່ອ​ເປັນ​ກຳລັງ​ແຮງ​ໃນ​ການ​ຊ່ວຍ​ໜູນ ໃຫ້​ຄະນະ​ພັກ​ອົງການ​ປົກຄອງ​ທ້ອງຖິ່ນ. ເພື່ອ​ຮັບປະກັນ​ໃຫ້​ວຽກ​ງານ ​ກໍ່ສ້າງ​ຮາກ​ຖານ​ໄດ້​ຮັບ​ການຈັດ ຕັ້ງ​ປະຕິບັດ​ຖືກຕ້ອງ ແລະ ສອດ​ຄອງ​ກັບ​ສະພາບ​ຕົວ​ຈິ່ງ​ໃນ​ປັດຈຸ ບັນ. ຄະນະ​ກະຊວງ​ປ້ອງກັນປະ ເທດ ມອບ​ໃຫ້ກົມ​ກໍ່ສ້າງ​ຮາກ ​ຖານ ກົມ​ໃຫຍ່​ການເມືອງ​ກອງ ທັບເຄື່ອນ​ໄຫວ​ຊີ້​ນຳ​ຢ່າງ​ໃກ້ຊິດ​ໂດຍ​ກົມ​ກອງ​ຕັ້ງ​ທັບ​ຢູ່​ໃສ່​ຕ້ອງ​ຫັນ​ເອົາ​ກຳລັງ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ໃຫ້​ສະ​ນິດ​ແໜ້ນ; ໃນ​ນີ້​ເວົ້າ​ສະເພາະ​ກອງພັນໃຫຍ່ 501 ກອງ​ພົນ​ທີ 5 ໄດ້​ຈັດ​ຕັ້ງ​ແຮກສ່ຽວ ກັບ ຕາແສງ ກຸດຈິກ ເມືອງ​ໂພນທອງ ແຂວງຈຳປາ​ ສັກ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ກົມ​ກອງ​ທະຫານ ກັບຮາກ​ຖານປະ ຊາຊົນເຂົ້າ​ຮ່ວມ​ມີ​ ສະຫາຍ ພັນ​ເອກ ວຽງ​ແກ້ວ ມະຫາ​ໄຊ ກຳມະການ​ຄະນະ​ປະຈຳ​ພັກ​ກອງ​ພົນ, ຫົວໜ້າ​ຫ້ອງ​ການເມືອງ ກອງ​ພົນ​ທີ 5, ສະຫາຍ ພັນ​ໂທ ຂາວ​ພອນ ໄຊ​ຍະ​ຄຳ ກຳມະການ​ຄະນະ​ປະຈຳ​ພັກ​ເມືອງ, ຫົວໜ້າ​ ກອງ​ບັນຊາ​ການ​ປ້ອງກັນຄວາມ​ ສະຫງົບ​ເມືອງ​ໂພນ​ທອງ, ສະຫາຍ ພັນ​ເອກ ສົມ​ເພັດ ສິງຫາວົງ ກຳມະການ​ຄະນະ​ພັກ​ ກອງ​ພົນ, ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 501 ກອງ​ພົນ​ທີ 5, ສະຫາຍ ລຳ​ໄມ ຈັນ​ທິ​ລາດ ກຳມະການ​ພັກ​ເມືອງ, ປະທານ​ຄະນະ​ກຳມະການ​ປົກຄອງ​ຕາ ແສງ​ກຸດ​ຈິກ ເມືອງ​ໂພນ​ທອງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ແລະ ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ເຂົ້າ​ຮ່ວມ. ສະຫາຍ ລຳ​ໄມ ຈັນ​ທິ​ລາດ ໃຫ້​ຮູ້​ວ່າ: ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ແຮກສ່ຽວ ໄລຍະ 5 ປີຜ່ານມາ ທັງ​ສອງ​ກົມ​ກອງ​ໄດ້​ພ້ອມ​ກັນ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ແບບ​ມູນເຊື້ອ, ໄດ້​ເອົາໃຈໃສ່​ສຶກ​ສາ​ອົບຮົມ ການເມືອງ-ແນວ​ຄິດ​ໃຫ້​ແກ່​ພະ ນັກງານ-ນັກຮົບ ແລະ ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ເຮັດ​ໃຫ້​ເຂົາ ເຈົ້າ​ໄດ້​ຮັບ​ຮູ້ ແລະ ເຊື່ອມ​ຊຶມ​ແນວທາງ​ແຜນ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ, ແຜນ​ພັດທະນາ​ເສດຖະກິດ​ຂອງ​ລັດ, ມູນເຊື້ອ​ຂອງ​ຊາດ, ຂອງ​ພັກ ແລະ ຂອງ​ກອງທັບ ລວມ​ທັງ​ມູນເຊື້ອ​ຄວາມ​ສາມັກຄີ​ຂອງ​ກອງທັບ​ກັບ​ປະຊາຊົນ. ພ້ອມ​ນີ້, ຍັງ​ໄດ້​ນຳ​ເອົາ​ເອກະສານ​ຕ່າງໆ​ທີ່​ສຳຄັນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ ຫງົບລົງ​ເຜີຍແຜ່​ໃຫ້​ອຳນາດການ ​ປົກຄອງ​ທ້ອງຖິ່ນ ແລະ ພໍ່​ແມ່​ປະ ຊາຊົນ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈຕໍ່​ ແນວທາງ ​ປກຊ-​ປກສ ທົ່ວ​ປວງ​ຊົນ​ຮອບດ້ານ​ສາມາດ​ເກັບ​ກຳ ​ເປົ້າ​ໝາຍ​ທີ່​ເຄື່ອນ​ໄຫວ​ຜິດ​ຕໍ່​ລະ ບຽບ​ກົດໝາຍ​ຈຳນວນ 141 ຄົນ, ຄ້າຂາຍ ແລະ ເສບ​ຢາ​ເສບ​ຕິດ 98 ຄົນ, ຍິງ 4 ຄົນ, ລັກ​ຊັບ 6 ຄົນ, ການ​ພະນັນ 9 ຄົນ, ຍິງ 3 ຄົນ, ມົ້ວ​ສຸມ​ສິ່ງ​ມືນ​ເມົາ ແລະ ນໍ້າກະ​ທ້ອມ 6 ຄົນ; ຕິດຕາມ​ການເຄື່ອນໄຫວ​ເປົ້າ​ໝາຍ​ທີ່​ອອກ​ຈາກ​ຄຸມ​ຂັງ-ດັດ​ສ້າງ 22 ຄົນ, ໄວ​ໜຸ່ມ​ດັດແປງ​ສະພາບ​ລົດ 5 ຄົນ ແລະ ຂັບ​ຂີ່​ຍານ​ພາຫາ​ນະ​ລົດຈັກ​ສຽງ​ດັງ​ເກີນ​ກົດໝາຍ​ກຳນົດ. ພ້ອມ​ນີ້, ຍັງ​ໄດ້​ເກັບ​ທ້ອນ​ອາວຸດ​ດັດແປງ ແລະ ອາວຸດລ່າ ເນື້ອ ຈຳນວນ 95 ກະບອກ ແລະ ໄດ້​ຮຽກ​ເອີ້ນ​ກຸ່ມ​ເປົ້າ​ໝາຍ​ເຂົ້າ ​ມາ​ສຶກ​ສາ​ອົບຮົມ 141 ຄົນ, ຍິງ 4 ຄົນ. ນອກ​ນັ້ນ, ຍັງ​ໄດ້​ສົມທົບ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະ ຫງົບ​ເມືອງ​ໂພນ​ທອງ ມ້າງ​ຄະດີ​ຢາ​ເສບ​ຕິດ 14 ລາຍ, ກັກ​ຕົວ​ກຸ່ມ​ເປົ້າ​ໝາຍ​ໄດ້ 46 ຄົນ, ຍິງ 4 ຄົນ ແລະ ຢຶດ​ຂອງ​ກາງ​ປະເພດ​ຢາ​ບ້າ​ໄດ້ 8.906 ເມັດ. ວຽກ​ງານ​ເສດຖະກິດ​ແກ້ໄຂ​ ຊີວິດ​ການ​ເປັນ​ຢູ່​ຂອງ​ກຸ່ມ​ບ້ານ ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວ​ຊຸກຍູ້​ບັນດາ​ຄອບຄົວ​ໃນ​ການ​ສ້າງ​ເສດຖະກິດ​ໃຫ້​ຖືກຕ້ອງ​ຕາມ​ລະ ບຽບ​ກົດໝາຍ, ປະຕິບັດຕາມ​ ທິດ​ນຳເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງດ້ວຍ​ ຕົນ​ເອງ ຕາມ​ເງື່ອນໄຂ​ທ່າແຮງ​ຂອງ​ແຕ່​ລະ​ຄອບຄົວ​ໂດຍສຸມໃສ່​ ການ​ປູກຝັງ-ລ້ຽງສັດ ແລະ ຄ້າ ຂາຍ; ເຊິ່ງ​ຕາແສງ​ກຸດຈິກມີ​ເນື້ອ ທີ່​ທຳ​ການ​ຜະລິດ 21.292 ເຮັກ ຕາ, ເກັບ​ພາສີ-ອາກອນ​ໃນ 9 ບ້ານ ລວມ 1.212.531.805 ກີບ ແລະ ລະດົມ​ເກັບ​ເງິນ​ທຶນ​ເພື່ອ​ຊ່ວຍເຫຼືອ​ພໍ່​ແມ່​ປະຊາຊົນ​ໃນ​ເວລາ​ເກີດ​ໄພພິບັດ ໄດ້ 90.960.000 ກີບ. ວຽກງານ ສາທາລະນະ​ສຸກ ພໍ່​ແມ່​ປະຊາຊົນ ​ໄດ້​ເຂົ້າ​ຮັບ​ການ​ຮັກສາ ແລະ ປິ່ນປົວ​ຢູ່​ໂຮງໝໍ 15 ຕຽງ ກອງ ພັນ​ໃຫຍ່ 501 ແລະ ສຸກສາລາ​ກຸດ​ຈິກ ຈຳນວນ 1.532 ຄົນ, ໃນ​ນັ້ນ ປິ່ນປົວ​ຫາຍ​ດີ 915 ຄົນ ແລະ ໄດ້​ນຳ​ສົ່ງ​ໄປ​ຍັງ​ໂຮງໝໍ​ອື່ນ. ພ້ອມ​ນັ້ນ​ຍັງ​ໄດ້​ຊີ້​ນຳ​ແພດ​ໝໍ​ລົງ​ຕິດຕາມ​ກວດ​ສຸ​ຂະ​ພາບ​ໃຫ້​ພໍ່​ແມ່​ປະຊາຊົນ​ກ່ຽວ​ກັບ​ການ​ຮັກສາ 3 ສະອາດ ເພື່ອ​ຫຼີກ​ລ້ຽງ​ການ​ເຈັບ​ປ່ວຍ​ຈາກ​ພະຍາດ​ຕາມ​ລະດູ​ການ. ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ຂໍ້​ມູນ ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ