ໃນປີ 2025 ທົ່ວຄະນະພັກກົມໃຫຍ່ເສນາທິການກອງທັບ ໄດ້ຮັບການຢັ້ງຢືນ ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 119 ໜ່ວຍພັກ
ເວລາອອກຂ່າວ: 2026-09-08 12:04:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ: ![]()
ການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ ຢູ່ຄະນະພັກອົງການກົມໃຫຍ່ເສນາທິການກອງທັບ ໃນປີ 2025 ຜ່ານມາ ເຫັນວ່າ: ຄະນະພັກແຕ່ລະຂັ້ນ ໄດ້ປະຕິບັດຢ່າງຖືກຕ້ອງຕາມຄຳສັ່ງຂອງກົມການເມືອງສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄຳສັ່ງແນະນຳຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ ເຮັດໃຫ້ທົ່ວ ຄະນະພັກກົມໃຫຍ່ເສນາທິການ ກອງທັບ ໄດ້ຮັບການຢັ້ງຢືນຮັບ ຮອງເປັນໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ 119 ໜ່ວຍພັກ.
ອີງໃສບົດສະຫຼຸບຕີລາຄາຄຸນນະພາບການກໍ່ສ້າງກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກົມໃຫຍ່ເສນາທິການກອງທັບໃຫ້ຮູ້ວ່າ: ຕະຫຼອດໄລ ຍະ 1 ປີຜ່ານມາ ຄະນະພັກທຸກຂັ້ນ ໄດ້ເຊື່ອມຊຶມກຳແໜ້ນເນື້ອໃນຈິດ ໃຈຄຳສັ່ງຂອງກົມການເມືອງສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄຳສັ່ງແນະນຳຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ ເຂົ້າໃຈຢ່າງເລິກເຊິ່ງ ແລະ ຮູ້ຈັດຕັ້ງຜັນ ຂະຫຍາຍລົງສູ່ກົມກອງ-ໜ່ວຍ ພັກຂອງຕົນ, ບັນດາຄະນະພັກຂັ້ນຕ່າງໆ ໃນທົ່ວກົມໃຫຍ່ເສນາທິການກອງທັບໄດ້ຮຽນຮູ້ ແລະ ເຝິກອົບຮົມດ້ານທິດສະດີໃນການກໍ່ສ້າງກົມກອງ-ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມທັງໄດ້ຈັດຕັ້ງເຮັດທົດລອງໃນການຕີລາຄາແບ່ງຄຸນນະພາບສະມາຊິກພັກ ດ້ວຍຮູບການເປີດບັ້ນດຳເນີນຊີວິດການເມືອງ, ຜ່ານບົດສຳຫຼວດຂອງບຸກຄົນ (ສະມາຊິກ ພັກ), ເປີດກວ້າງປະຊາທິປະໄຕ, ຕຳນິກໍ່ສ້າງເຊິ່ງກັນ ແລະ ກັນ, ຈັດຕັ້ງປ່ອນບັດໄປຕາມແຕ່ລະສະຫາຍ, ພາຍຫຼັງສຳເລັດການຕີລາຄາຄຸນນະພາບຂອງສະມາຊິກພັກແລ້ວ ກ້າວໄປຕີລາຄາຄຸນນະພາບຂອງໜ່ວຍພັກດ້ວຍຮູບການຜ່ານບົດສະຫຼຸບການນຳພາ, ຜ່ານທິດທາງແຜນການ ແລະ ຜ່ານບົດສຳຫຼວດການນຳພາລວມຂອງໜ່ວຍພັກ, ສະມາຊິກພັກປະກອບຄຳເຫັນ ຈຶ່ງໄດ້ຕີລາຄາຄຸນນະພາບຂອງໜ່ວຍພັກ.
ຜ່ານການຈັດຕັ້ງປະຕິບັດວຽກ ງານກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ຄະນະພັກກົມໃຫຍ່ເສນາທິການກອງທັບ ໃນປີ 2025 ຜ່ານມາ ໄດ້ມີການຫັນປ່ຽນທີ່ຕັ້ງໜ້າຫຼາຍດ້ານສະ ແດງອອກ ດ້ານຄຸນທາດການ ເມືອງຖັນແຖວພະນັກງານ-ສະ ມາຊິກພັກມີຄຸນທາດການເມືອງ ໜັກແໜ້ນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາພັດ ທະນາປະເທດຊາດ ແລະ ຫ້າວ ຫັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ; ດ້ານຄຸນສົມບັດສິນທຳປະຕິວັດ ພະນັກງານ-ສະ ມາຊິກພັກມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນສະແດງ ໃຫ້ເຫັນໃນການປະຕິບັດຄຳສັ່ງ ຫັນພາວະກຽມພ້ອມສູ້ຮົບ ແລະ ວຽກງານເຄື່ອນໄຫວເຮັດໃຫ້ ສະພາບພາຍໃນຂອບເຂດກົມ ກອງຮັບຜິດຊອບ ມີຄວາມສະ ຫງົບ ຄະນະພັກ-ສະມາຊິກພັກ ກຽມພ້ອມປະຕິບັດທຸກໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງໄດ້ມອບໝາຍໃຫ້, ບໍ່ຫວັ່ນໄຫວຄອນແຄນຕໍ່ອຸປະສັກຫຍຸ້ງຍາກໃດໆ, ມີຄວາມດຸໝັ່ນອົດທົນ ແລະ ມີລະບຽບວິໄນດີ; ດ້ານແນວຄິດ ສະມາຊິກພັກ ຍັງສືບຕໍ່ມີແນວຄິດການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງ ຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເປັນເຈົ້າ ການປົກປ້ອງແນວທາງແຜນນະ ໂຍບາຍຂອງພັກ, ສະກັດກັ້ນໄດ້ແນວຄິດຫຼາຍພັກ, ຫຼາຍເຄົ້າ, ພະ ຍາດອາດຍາສິດ, ແນວຄິດສວຍ ໂອກາດສໍ້ລາດບັງຫຼວງ, ສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວ ແລະ ແນວຄິດອັກຄະຕິອື່ນໆ ໄດ້ທັນເວລາ; ດ້ານການຈັດຕັ້ງ ຄະນະພັກ-ສະມາຊິກພັກ ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະ ຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ມີສະຕິເຂົ້າຮ່ວມເຄື່ອນໄຫວດຳເນີນຊີວິດການເມືອງຂອງຈຸພັກ, ໜ່ວຍພັກ ແລະ ເສຍເງິນສະຕິພັກເປັນປົກກະຕິ; ດ້ານແບບແຜນວິທີເຮັດວຽກ ຄະນະພັກແຕ່ລະຂັ້ນໄດ້ຍຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະ ນະ ມອບໝາຍໃຫ້ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ, ນຳພາຕາມແຜນການ, ຕາມມະຕິ, ມີການຊຸກ ຍູ້ຕິດຕາມກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານຂັ້ນເທິງເປັນປົກກະຕິ; ດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຄະນະພັກ ແລະ ສະມາຊິກພັກ ໄດ້ເປັນແບບຢ່າງໃນການນຳພາປະຕິບັດໜ້າທີ່ການເມືອງຂອງກົມກອງ ຕາມທີ່ໄດ້ຮັບການມອບ ໝາຍ ບົນພື້ນຖານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ ນະພັກກະຊວງປ້ອງກັນປະເທດວາງອອກ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວ່າງໄວ້.
ຄະນະພັກກົມໃຫຍ່ເສນາທິການກອງທັບ ປະກອບມີ 21 ຄະນະພັກຮາກຖານ, 30 ໜ່ວຍພັກເອກະລາດ, 104 ໜ່ວຍພັກ ຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 4.480 ສະຫາຍ. ຜ່ານການປັບປຸງກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນປີ 2025 ຜ່ານມາ ໄດ້ເຮັດໃຫ້ທົ່ວຄະນະພັກອົງການກົມໃຫຍ່ເສນາທິການກອງທັບ ສາມາດຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ລວມທັງໝົດ 119 ໜ່ວຍພັກ ໃນນັ້ນ, ຮັບຮອງເປັນຄັ້ງທີ 7 ມີ 55 ໜ່ວຍພັກ, ຄັ້ງທີ 6 ມີ 11 ໜ່ວຍພັກ, ຄັ້ງທີ 5 ມີ 4 ໜ່ວຍພັກ, ຄັ້ງທີ 4 ມີ 15 ໜ່ວຍພັກ, ຄັ້ງທີ 3 ມີ 6 ໜ່ວຍພັກ, ຄັ້ງທີ 2 ມີ 19 ໜ່ວຍພັກ ແລະ ຮັບຮອງໃໝ່ ມີ 9 ໜ່ວຍພັກ, ສາມາດຕີລາຄາສະມາຊິກພັກແຂງ ມີ 4.369 ສະຫາຍ ແລະ ສະມາຊິກພັກປະເພດກາງ ມີ 5 ສະຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















