ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ຂະບວນການກະກຽມ ຢູ່ເຊີແນວ ໃນການເປັນປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຂອງ ສປປ ລາວ
ເວລາອອກຂ່າວ: 2026-09-08 14:35:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 352 | ຄວາມນິຍົມ:



ໃນບໍ່ດົນຜ່ານມານີ້, ທ່ານ ດາວວີ ວົງໄຊ ເອກອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາ ຫ້ອງການ ສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ ເຊີແນວ (ເຈນີວາ) ໄດ້ໃຫ້ສໍາພາດ ກ່ຽວກັບຂະບວນການກະກຽມ ຢູ່ເຊີແນວ ໃນການເປັນປະທານກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ຂອງ ສປປ ລາວ ວ່າ: ຂະບວນການກະກຽມດ້ານເນື້ອໃນ ແລະ ດ້ານພາລະທິການຈຳນວນໜຶ່ງ ໄດ້ດຳເນີນ ຢູ່ເຊີແນວ ນັບແຕ່ ສປປ ລາວ ໄດ້ຮັບເລືອກຕັ້ງເປັນປະທານກອງປະຊຸມດັ່ງກ່າວ ແຕ່ທ້າຍເດືອນກັນຍາ 2025 ເປັນຕົ້ນມາ. ໃນນາມຕາງໜ້າປະທານກອງປະຊຸມ 3RC-CCM, ຂ້າພະເຈົ້າ ແລະ ຄະນະໄດ້ເຮັດໜ້າທີ່ປະສານງານຫຼັກ ກັບກອງເລຂາສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ (ISU-CCM) ແລະ ຫ້ອງການກິດຈະການປົດອາວຸດ ແຫ່ງ ສະຫະປະຊາຊາດ (UNODA) ທີ່ເຊີແນວ ຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ທັງດ້ານເນື້ອໃນ ແລະ ດ້ານພາລະທິການຈຳນວນໜຶ່ງ. ທັງໝົດນີ້, ເພື່ອຮັບປະກັນວ່າ ຂະບວນການກະກຽມ ແລະ ການຈັດກອງປະຊຸມສາກົນ ທີ່ນະຄອນຫຼວງວຽງຈັນ ຈະດຳເນີນໄປຢ່າງສອດຄ່ອງກັບຫຼັກການ, ແບບແຜນ ແລະ ມາດຕະຖານ ຂອງອົງການສະຫະປະຊາຊາດ. ສຳລັບດ້ານເນື້ອໃນ ໂດຍພື້ນຖານ ມີເອກະສານສຳຄັນ 3 ສະບັບ ທີ່ຈະໄດ້ນຳມາພິຈາລະນາຮອບສຸດທ້າຍ ແລະ ຮັບຮອງເອົາໃນລະຫວ່າງກອງປະຊຸມ ທີ່ນະຄອນຫຼວງວຽງຈັນ. ສະບັບທຳອິດ ແມ່ນ ເອກະສານທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານໂລຊານ ຕະຫຼອດ 5 ປີ ທີ່ຜ່ານມາ (2021-2026) ເຊິ່ງຈະຊ່ວຍໃຫ້ພວກເຮົາສາມາດເຫັນເຖິງຄວາມຄືບໜ້າ, ຜົນສຳເລັດ ແລະ ສິ່ງທ້າທາຍທີ່ຍັງເຫຼືອຢູ່ໃນການຈັດຕັ້ງປະຕິບັດສົນທິສັນຍາ. ສະບັບທີສອງ ແມ່ນ ແຜນປະຕິບັດງານນະຄອນຫຼວງວຽງຈັນ (VCAP) ເຊິ່ງຈະກຳນົດທິດທາງ ແລະ ບູລິມະສິດ ຂອງການຈັດຕັ້ງປະຕິບັດສົນທິສັນຍາໃນ ໄລຍະປີ 2027-2031. ສະບັບທີສາມ ແມ່ນ ຖະແຫຼງການນະຄອນຫຼວງວຽງຈັນ ເຊິ່ງຈະສະທ້ອນເຖິງເຈດຕະນາ ແລະ ຄວາມໝາຍໝັ້ນທາງການເມືອງ ຂອງບັນດາລັດພາຄີ ຕໍ່ການຈັດຕັ້ງຜັນຂະຫຍາຍຕາມສົນທິສັນຍາ. ທັງ 3 ເອກະສານນີ້ ໄດ້ຖືກຮ່າງ ແລະ ປຶກສາຫາລືຫຼາຍຄັ້ງ ທັງໃນຮູບແບບກອງປະຊຸມທາງການ ແລະ ບໍ່ທາງການ ນັບຕັ້ງແຕ່ຕົ້ນປີ 2026 ຢູ່ເຊີແນວ ໂດຍການເປັນປະທານ ຂອງສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ເຮັດວຽກຮ່ວມກັບບັນດາລັດພາຄີ, ລັດທີ່ລົງນາມ, ອົງການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ຢ່າງຕັ້ງໜ້າ ແລະ ໃກ້ຊິດ. ສຳລັບດ້ານພາລະທິການ ໂດຍຜ່ານການປະສານງານຢ່າງໃກ້ຊິດ ກັບກອງເລຂາສົນທິສັນຍາ (ISU-CCM), ໜັງສືເຊື້ອເຊີນ ພ້ອມທັງ ເອກະສານພາລະທິການທັງໝົດທີ່ກ່ຽວຂ້ອງ ໄດ້ຖືກສົ່ງໄປຍັງບັນດາລັດພາຄີ, ລັດສັງເກດການ ແລະ ອົງການຈັດຕັ້ງຕ່າງໆຢ່າງທົ່ວເຖິງ. ນອກຈາກນັ້ນ, ຍັງໄດ້ມີການພົບປະຈັດກອງປະຊຸມຊີ້ແຈງຂໍ້ມູນ ຫຼື Briefing ຫຼາຍຄັ້ງ ເພື່ອອະທິບາຍລາຍລະອຽດ ກ່ຽວກັບການເຂົ້າຮ່ວມກອງປະຊຸມ, ການເດີນທາງ ແລະ ຂັ້ນຕອນການລົງທະບຽນ. ພວກເຮົາ ຍິນດີທີ່ໄດ້ເຫັນຄວາມສົນໃຈ ແລະ ຄວາມກະຕືລືລົ້ນ ຈາກບັນດາລັດພາຄີ, ລັດທີ່ລົງນາມ, ລັດສັງເກດການ ແລະ ອົງການຈັດຕັ້ງສາກົນ ຕໍ່ການເຂົ້າຮ່ວມກອງປະຊຸມຄັ້ງນີ້. ສິ່ງນີ້ສະທ້ອນໃຫ້ເຫັນວ່າ ວົງຄະນະຍາດສາກົນ ຍັງສືບຕໍ່ໃຫ້ຄວາມສຳຄັນ ແລະ ມີຄວາມໝາຍໝັ້ນຕໍ່ເປົ້າໝາຍ ຂອງສົນທິສັນຍາ ກ່ຽວກັບການຫຼຸດຜ່ອນວາອຸດ ເພື່ອມະນຸດສະທຳ ສະບັບນີ້. ຂະບວນການກະກຽມ ທີ່ເຊີແນວ ໄດ້ວາງພື້ນຖານທີ່ສຳຄັນໃຫ້ແກ່ກອງປະຊຸມ ທີ່ນະຄອນຫຼວງວຽງຈັນ ເພື່ອອຳນວຍຄວາມສະດວກໃຫ້ຄະນະຜູ້ແທນທັງໝົດ ສາມາດພ້ອມກັນທົບທວນຄືນຄວາມຄືບໜ້າ, ພິຈາລະນາສິ່ງທ້າທາຍ ທີ່ຍັງຄົງຄ້າງ ແລະ ກຳນົດທິດທາງ ສຳລັບ 5 ປີຕໍ່ໜ້າ ໂດຍການຮັບຮອງເອົາເອກະສານທີ່ສຳຄັນ 3 ສະບັບດັ່ງກ່າວ ແລະ ເອກະສານທີ່ກ່ຽວຂ້ອງຈຳນວນໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ