ປະກາດການແຕ່ງຕັ້ງ ຮອງອໍານວຍການ ໂຮງງານເກີບທັນວາກອງທັບ
ເວລາອອກຂ່າວ: 2026-09-08 14:40:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 323 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານເຕັກນິກ ການຜະລິດ ໂຮງງານເກີບທັນວາ ກອງທັບ ໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກົມອຸປະໂພກ-ບໍລິໂພກ, ຄະນະພັກ-ຄະນະອໍານວຍການ ໂຮງງານເກີບທັນວາ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັັ້ງພັກ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຄໍາສັ່ງຍົກຍ້າຍ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພັນໂທ ວິໄລທອງ ທຳມະເທວີ ຫົວໜ້າພະແນກອຸປະໂພກ-ບໍລິໂພກ ໂຮງຮຽນທິດສະດີການເມືອງກອງທັບ ໄປໃຫ້ໂຮງງານເກີບທັນວາ ກອງທັບ ແລະ ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ຮອງຫົວໜ້າອໍານວຍການ ຮັບຜິດຊອບວຽກງານເຕັກນິກ ການຜະລິດ ໂຮງງານເກີບທັນວາ ກອງທັບ ເຊິ່ງໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ວິໄລທອງ ທຳມະເທວີ ເປັນຮອງຫົວໜ້າອໍານວຍການ, ຮັບຜິດຊອບວຽກງານເຕັກນິກການຜະລິດ ໂຮງງານເກີບທັນວາ ກອງທັບ. ຈາກນັ້ນ, ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ-ຮອງເລຂາ ແລະ ກຳມະການຄະນະພັກຮາກຖານ ໂຮງງານເກີບທັນວາ ກອງທັບ ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ສີຫາ ແກ້ວບຸນຊູ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ວິໄລທອງ ທຳມະເທວີ ເປັນຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ພັນໂທ ນາງ ຄຳກອງ ສີບຸນໄຊ ເປັນກຳມະການຄະນະພັກຮາກຖານ.
ໂອກາດນີ້, ຍັງໄດ້ຮັບຟັງ ການໂອ້ລົມໃຫ້ທິດຊີ້ນຳ ຈາກສະຫາຍປະທານ ຕື່ມອີກ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















