ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບ ກອງພັນກໍ່ສ້າງ 511
ເວລາອອກຂ່າວ: 2026-09-08 14:44:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 336 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານ-ນັກຮົບ ຢູ່ ກອງພັນກໍ່ສ້າງ 511, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ສອນສັກ ແສງຄຳຢອງ ຫົວໜ້າການທະຫານ ກອງພັນກໍ່ສ້າງ 511, ມີສະຫາຍ ພັນໂທ ຄຳຟອງ ເກິ່ງທອນສິນ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ, ໝວດສຳນັກງານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ຈັດຕັ້ງສຶກສາອົບຮົມວຽກງານການເມືອງ-ນໍາພາແນວຄິດໃຫ້ເປັນປົກກະຕິ ຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດ ແລະ ສິນທຳປະຕິວັດໃຫ້ແກ່ພະນັກງານ-ນັກຮົບ, ຮັກສາໄດ້ທາງດ້ານ ຄວາມສາມັກຄີ ແລະ ຄວາມເປັນຈິດໜຶ່ງໃຈດຽວກັນ. ນອກນີ້, ຕ້ອງໄດ້ສຸມໃສ່ການອົບຮົມ-ຫັດແອບຢ່າງມີແບບແຜນ ເພື່ອຍົກສູງຄຸນນະພາບ ແລະ ມີປະສິດທິຜົນ, ຖືເອົາວຽກງານກໍ່ສ້າງຮາກຖານເປັນບັນຫາສຳຄັນ ແລະ ສ້າງພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ.
ໂດຍ: ເຂັມຄອນ ວົງວັນຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















