ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງປະຕິບັດງານ 203 ມອບເຄື່ອງນຸ່ງຫົ່ມ ໃຫ້ປະຊາຊົນ ບ້ານນໍ້າຂອງນ້ອຍ ເມືອງວຽງພູຄາ
ເວລາອອກຂ່າວ: 2026-09-08 14:49:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ:



ວັນທີ 6 ກັນຍາ 2026 ນີ້, ກອງປະຕິບັດງານ 203 ໄດ້ມອບເຄື່ອງນຸ່ງຫົ່ມ ໃຫ້ປະຊາຊົນ ບ້ານນໍ້າຂອງນ້ອຍ ເມືອງວຽງພູຄາ ແຂວງຫຼວງນໍ້າທາ, ໂດຍການກ່າວມອບ ຂອງສະຫາຍ ຮ້ອຍເອກ ຊາຍທອງ ນວນມະນີ ຫົວໜ້າກອງປະຕິບັດງານ 203 ແລະ ຕາງໜ້າກ່າວຮັບ ໂດຍອໍານາດການຈັດຕັ້ງບ້ານ ບ້ານນໍ້າຂອງນ້ອຍ. ເຄື່ອງທີ່ນຳມາມອບໃນຄັ້ງ ປະກອບມີ: ເຄື່ອງນຸ່ງຫົ່ມ ຈໍານວນ 97 ຜືນ ລວມມູນຄ່າ 3.875.000 ກີບ. ທັງນີ້ ເພື່ອຫັດແໜ້ນຄວາມສາມັກຄີ ລະຫວ່າງ ກອງທັບ ກັບ ປະຊາຊົນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ດັ່ງຄຳຂວັນທີ່ວ່າ: ກອງທັບ ກັບ ປະຊາຊົນ ຄື ປາກັບນໍ້າ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງ ກອງປະຕິບັດງານ 203 ກັບ ອໍານາດການປົກຄອງ ແລະ ປະຊາຊົນ ບ້ານນໍ້າຂອງນ້ອຍ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ໃກ້ຊິດຕິດແທດ ພົວພັນຊ່ວຍເຫຼືືອ ເຊິ່ງກັນ ແລະ ກັນ. ໂດຍ: ຊາຍທອງ ນວນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ