ກົມໃຫຍ່ເຕັກນິກກອງທັບ ປາຖະກະຖາ ມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-09-08 15:02:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 345 | ຄວາມນິຍົມ: ![]()
ວັນທີ 7 ກັນຍາ 2026 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ປາຖະກະຖາ 2 ວັນປະຫວັດສາດສໍາຄັນຂອງຊາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (5 ກັນຍາ 1962-05 ກັນຍາ 2026) ແລະ ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກົມກອງອ້ອມຂ້າງ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ເລົ່າຄືນມູນເຊື້ອ ວັນປະກາດເອກະລາດ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ເຊິ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ, ຄວາມໝາຍປະຫວັດສາດ ຂອງຊາດລາວ ແລະ ປະຫວັດມູນເຊື້ອ ຂອງ 2 ວັນດັ່ງກ່າວ.
ການປາຖະກະຖາໃນຄັ້ງນີ້ ເພື່ອເປັນການທົບທວນຫວນຄືນມູນເຊື້ອ ແນໃສ່ໂຄສະນາສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ໃນທົ່ວກົມໃຫຍ່ເຕັກນິກກອງທັບ ຮັບຮູ້ເຊື່ອມຊຶມ ເຂົ້າໃຈຢ່າງເລິກເຊິ່ງເຖິງບັນດາເຫດການ, ການເຄື່ອນໄຫວໃນແຕ່ລະໄລຍະ ບົນເສັ້ນທາງອັນລະອິດລະອ້ຽວ, ເສຍສະຫຼະເລືອດເນື້ອເພື່ອການປະຕິວັດ ເຊິ່ງເປັນຂີດໝາຍແຫ່ງໄຊຊະນະ ຂອງການຕໍ່ສູ້ກູ້ຊາດອັນພິລະອາດຫານ, ນໍ້າໃຈອັນບໍລິສຸດຜຸດຜ່ອງ ດ້ວຍຄວາມສາມັກຄີ ແລະ ເສຍສະຫຼະອັນໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນປະເທດ ສປປ ລາວ ໃນວັນທີ 2 ທັນວາ 1975 ແລະ ພັກໄດ້ວາງແນວທາງປ່ຽນແປງໃໝ່ຮອບດ້ານ ໂດຍເລີ່ມຈາກການປ່ຽນແປງດ້ານເສດຖະກິດຊຸກຍູ້ວຽກງານຫັນສູ່ອຸດສາຫະກຳ, ທັນສະໄໝ ແລະ ສືບຕໍ່ຮັດແໜ້ນສາຍພົວພັນ ກັບບັນດາປະເທດເພື່ອນມິດຍຸດທະສາດ ໃຫ້ນັບມື້ມີຄວາມແໜ້ນແຟ້ນ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















