ມອບ-ຮັບ ລົດ CA ລະຫວ່າງ ພະແນກເຕັກນິກ ກັບ ພະແນກພະລາທິການ ກອງພັນໃຫຍ່ 401
ເວລາອອກຂ່າວ: 2026-09-08 15:06:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 188 | ຄວາມນິຍົມ: ![]()
ວັນທີ 7 ກັນຍາ 2026 ນີ້, ຢູ່ທີ່ ກອງພັນໃຫຍ່ 401 ກອງພົນທີ 4 ໄດ້ຈັດພິທີ ມອບ-ຮັບ ລົດ CA (ເຊອາ) ລະຫວ່າງ ພະແນກເຕັກນິກ ກັບ ພະແນກພະລາທິການ ກອງພັນໃຫຍ່ 401 ພາຍຫຼັງສຳເລັດການສ້ອມແປງ ແລະ ກວດກາຢ່າງລະອຽດ ຢູ່ໂຮງງານປະສານເຫຼົ່າພາກກາງ, ໂດຍມີ ສະຫາຍ ພັນໂທ ສູນຄຳ ຈັນສົມພູ ຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 401, ມີຕາງໜ້າພະແນການ ແລະ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ໂພສີ ສຸວັນທອງ ຫົວໜ້າຂະແໜງຄຸ້ມຄອງລົດ ໄດ້ຜ່ານບົດບັນທຶກການມອບ-ຮັບ ລົດ CA (ເຊອາ) ລະຫວ່າງ ພະແນກເຕັກນິກ ກັບ ພະແນກພະລາທິການ ກອງພັນໃຫຍ່ 401 ຈຳນວນ 1 ຄັນ ພາຍຫຼັງປ່ຽນຖ່າຍ, ສ້ອມແປງ ແລະ ກວດກາຢ່າງລະອຽດ ໃຫ້ພະແນກພະລາທິການ ເພື່ອມອບສົ່ງຕໍ່ໃຫ້ຂະແໜງຂົນສົ່ງ ພະແນກພະລາທິການ ເປັນຜູ້ຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ເຂົ້າໃນການເຄື່ອນໄຫວໜ້າທີ່ວຽກງານລວມຂອງກົມກອງ ໃຫ້ໄດ້ຮັບຜົນດີ ແລະ ນຳໃຊ້ໄດ້ຍາວນານ.
ໂອກາດນີ້, ສະຫາຍ ພັນໂທ ສູນຄຳ ຈັນສົມພູ ໄດ້ເນັ້ນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດ ແລະ ບົວລະບັດຮັກສາ ແລະ ກວດກາສະພາບເຕັກນິກລົດຢ່າງເປັນປະຈຳ ເພື່ອຮັບປະກັນນໍາໃຊ້ເຂົ້າໃນວຽກງານລວມ ໃຫ້ໄດ້ຍາວນານ ແລະ ຮັບປະກັນຄວາມປອດໄພ 100%.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















