ກອງພັນ 415 ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025
ເວລາອອກຂ່າວ: 2026-09-08 15:17:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 218 | ຄວາມນິຍົມ: ![]()
ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ພ້ອມທັງ ມອບນາມມະຍົດ 4 ບຸກ ໃຫ້ການຈັດຕັ້ງ ແລະ ສະມາຊິກຊາວໜຸ່ມ ກອງພັນ 415 ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ຈັດຂຶ້ນວັນທີ 3 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ດວງເຈີ ໝັ້ນທູ ກໍາມະການຄະນະພັກກອງພັນໃຫຍ່, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງພັນ 415, ມີຄະນະພັກຮາກຖານ, ໜ່ວຍພັກ, ຄະນະບໍລິຫານງານຊາວໜຸ່ມ ຕະຫຼອດຮອດສະມາຊິກພັກ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາຜຸຍ ສຸລິຍະຍົງສັກ ຮອງຫົວໜ້າການເມືອງ ກອງພັນ 415 ໄດ້ຜ່ານບົດສະຫຼຸບ ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025. ໃນໄລຍະ 1 ປີຜ່ານມາ, ສະມາຊິກຊາວໜຸ່ມ ໄດ້ເຊີດຊູສະຕິຄວາມຮັບຜິດຊອບການເມືອງຂອງຕົນ ເຄື່ອນໄຫວປະຕິບັດໜ້າທີ່ ຕາມພາລະບົດບາດ, ຕັ້ງໜ້າປະກອບສ່ວນເຂົ້າໃນທຸກຄົງເຂດວຽກງານ ຂອງກົມກອງຢ່າງເປັນຂະບວນການຟົກຟື້ນ ເຮັດໃຫ້ທິດທາງແຜນການ ຂອງຄະນະພັກ-ຄະນະບັນຊາ ກໍຄືທິດທາງແຜນການ ຂອງກອງພັນ ແລະ ໜ່ວຍຊາວໜຸ່ມ ວາງອອກ ມີຫຼາຍດ້ານບັນລຸຕາມລະດັບຄາດໝາຍ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກຊາວໜຸ່ມ-ໄວໜຸ່ມປົກກະຕິ, ຈັດຕັ້ງເຊື່ອມຊຶມເອກະສານ ກ່ຽວກັບມູນເຊື້ອຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງກົມກອງ, ຊຸກຍູ້ດຳເນີນຊີວິດການເມືອງແຕ່ລະຂັ້ນເປັນປົກກະຕິ, ເອົາໃຈໃສ່ກວດກາການຈັດຕັ້ງປະຕິບັດບັນດາຂໍ້ກຳນົດ, ກົດລະບຽບກອງທັບ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ ຂອງກອງທັບວາງອອກຢ່າງເຂັ້ມງວດ, ມີຄວາມຮັບຮູ້ ເຊື່ອມຊຶມ ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມຈົງຮັກພັກດີ ຕໍ່ລະບອບໃໝ່ໃນອຸດົມການສັງຄົມນິຍົມ ແລະ ອຸ່ນອຽນທຸ່ນທຽງຕໍ່ໜ້າທີ່ການເມືອງວິຊາສະເພາະຂອງຕົນ, ສຸມໃສ່ປັບປຸງ ແລະ ກໍ່ສ້າງດ້ານການຈັດຕັ້ງຊາວໜຸ່ມຢ່າງຕັ້ງໜ້າ ຄົບຖ້ວນຕາມການຈັດຕັ້ງປະກອບ, ໄດ້ຮັບການອົບຮົມ-ຫັດແອບ ກຽມພ້ອມສູ້ຮົບ ເພື່ອຍົກສູງຄວາມຮູ້ ຄວາມສາມາດທາງດ້ານການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ເພື່ອນຳໃຊ້ອາວຸດຍຸດໂທອຸປະກອນໃຫ້ມີຄວາມຊໍານິຊໍານານງານ ຮັບປະກັນການກຽມພ້ອມສູ້ຮົບ, ສູ້ຮົບມີໄຊ ພ້ອມນີ້, ຍັງໄດ້ສ້າງຂະບວນການປັບປຸງກໍ່ສ້າງກົມກອງ, ຄ້າຍຄູ ແລະ ສ້າງຂະບວນການປູກຝັງ-ລ້ຽງສັດ ນອກນັ້ນ, ຍັງໄດ້ຊອກຫາລາຍຮັບຈາກແຫຼ່ງອື່ນໆ ຕື່ມອີກ. ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການໃນປີ 2026 ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປມາ.
ໂອກາດນີ້, ຍັງໄດ້ມອບໃບຍັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈໍານວນ 4 ໜ່ວຍພັກ, ໃບຢັ້ງຢືນ 4 ບຸກ ໃຫ້ບັນດາໜ່ວຍ ແລະ ບຸກຄົນ ໃນນີ້, ມີລວມໝູ່ 1 ຄະນະບໍລິຫານງານຊາວໜຸ່ມ, 5 ໜ່ວຍຊາວໜຸ່ມ ແລະ ບຸກຄົນ 21 ສະຫາຍ ຢ່າງສົມກຽດ.
ໂດຍ: ສົມລິດ ມະໂນໄມ + ຄໍານ້ອຍ ແສງບຸນໄມ່
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















