ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະຫຼຸບວຽກງານການກໍ່ສ້າງກອງ 3 ປອດ ປະຈຳປີ 2026
ເວລາອອກຂ່າວ: 2026-09-08 15:22:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379 | ຄວາມນິຍົມ:



ວັນທີ 7 ກັນຍາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບຖອດຖອນບົດຮຽນວຽກງານການກໍ່ສ້າງ ກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ) ປະຈໍາປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອໍານວຍການ, ຄະນະຫ້ອງ, ກອງພັນ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນຕີ ແສງສຸລິຈັນ ກິນທະລາສີ ຮອງຫົວໜ້າພະແນກປ້ອງກັນພາຍໃນ ໄດ້ຜ່ານບົດສະຫຼຸບວຽກງານກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ປະຈຳປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດ ໃນການເຄື່ອນໄຫວຈັດຕັ້ງປະຕິບັດການກໍ່ສ້າງກົມກອງປອດໃສ, ປອດໄພ, ປອດຄະດີ ປະຈຳປີ 2026 ໃນນີ້, ກົມກອງ ທີ່ສາມາດຍາດໄດ້ ປະເພດ I ປະກອບມີ 10 ກົມກອງ ຄື: ຫ້ອງການ, ຫ້ອງການເມືອງ, ຫ້ອງພະລາທິການ, ຫ້ອງເຕັກນິກ, ກອງພັນທີ 1, ທີ 2, ທີ 3, ທີ 4, ກອງຮ້ອຍໂຮງໝໍ 15 ຕຽງ ແລະ ກອງຮ້ອຍຮັບປະກັນ; ປະເພດ II ປະກອບມີ 2 ກົມກອງ ຄື: ຫ້ອງອົບຮົມ ແລະ ກອງຮ້ອຍປ້ອງກັນທີ່ຕັ້ງ. ພ້ອມນັ້ນ ໃນກອງປະຊຸມ ຍັງໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ບົດສະຫຼຸບ ແລະ ທິດທາງແຜນການ ເພື່ອແລກປ່ຽນຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ. ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກສະຫາຍ ປະທານ ຕື່ມອີກ. ຂ່າວ: ຮອ ອາລຸນ ແກ້ວຜາສຸກ ພາບ: ນາງ ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ