ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ປະກາດການແຕ່ງຕັ້ງ ຮັກສາການ ຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງການ ຢູ່ ກອງບັນຊາການທະຫານເມືອງຜາອຸດົມ
ເວລາອອກຂ່າວ: 2026-09-08 15:28:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 355 | ຄວາມນິຍົມ:



ວັນທີ 7 ກັນຍາ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ປະກາດການແຕ່ງຕັ້ງ ຮັກສາການ ຮອງຫົວໜ້າພະແນກ, ຫົວໜ້າຂະແໜງການ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນຕີ ດອນ ພອນມະນີ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ວ່າດ້ວຍການແຕ່ງຕັ້ງ ຮັກສາການ ຮອງຫົວໜ້າພະແນກ ແລະ ຫົວໜ້າຂະແໜງການ ຢູ່ ກອງບັນຊາການທະຫານເມືອງຜາອຸດົມ ໃນນີ້, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ແກ້ວອຳພອນ ພົມມະວົງ ເປັນຮັກສາການ ຮອງຫົວໜ້າພະແນກບໍລິຫານ, ສະຫາຍ ຮ້ອຍເອກ ເຢັງມົວ ບຸນເລີຍມົວ ເປັນຫົວໜ້າຂະແໜງກໍ່ສ້າງຮາກຖານ ແລະ ສະຫາຍ ຮ້ອຍຕີ ອຸດົມ ວິໄລພອນ ເປັນຊ່ວຍວຽກຂະແໜງກຳລັງພົນ. ຈາກນັ້ນ, ສະຫາຍ ພັນໂທ ພູວັນ ອິນໄພຍະລາດ ຫົວໜ້າພະແນກ ປ້ອງກັນພາຍໃນ ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ກຳນົດ ວ່າດ້ວຍ ມາດຖານການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ໃນທົ່ວກອງທັບປະຊາຊົນລາວ ແລະ ເອກະສານ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານປ້ອງກັນພາຍໃນ ຂອງກອງທັບປະຊາຊົນລາວ. ທັງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ທົ່ວກົມກອງ ຮັກສາໄດ້ທາດແທ້ມູນເຊື້ອປະຕິວັດ, ທັດສະນະມະຫາຊົນຂອງພັກ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງກົມກອງ, ເປັນເຈົ້າການເຂົ້າຮ່ວມປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນແນວທາງນະໂຍບາຍ ຂອງພັກ ແລະ ປ້ອງກັນກົມກອງ ຂອງຕົນໄດ້ເປັນຢ່າງດີ. ໂດຍ: ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ