ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງບັນຊາການທະຫານແຂວງຈໍາປາສັກ ເຜີຍແຜ່ ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-09-08 15:51:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 350 | ຄວາມນິຍົມ:



ວັນທີ 8 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ເຜີຍແຜ່ ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈໍາປາສັກ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ໃນອົງການ 6 ຫ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ແລະ ສະຫາຍ ພັນເອກ ຄໍາເຮົ້າ ວົງພົມ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງຈໍາປາສັກ ໄດ້ຜັດປ່ຽນກັນເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ ສະບັບປີ 2026 ເຊິ່ງປະກອບມີ XVI ພາກ, 299 ມາດຕາ. ຈຸດປະສົງໃນການເຜີຍແຜ່ກົດລະບຽບ ຄັ້ງນີ້ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໃນທົ່ວອົງການ 6 ຫ້ອງ ໄດ້ຮັບຮູ້ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະບຽບດັ່ງກ່າວ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບການ ຂອງກອງທັບປະຊາຊົນລາວ ຢ່າງເຂັ້ມງວດ, ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກໍາລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ແກ່ກອງທັບ ເວົ້າລວມ, ເວົ້າສະເພາະ ເປັນກຳລັງທີ່ມີລະບຽບວິໄນເຂັ້ມແຂງ ໃຫ້ກອງບັນຊາການທະຫານແຂວງຈໍາປາສັກ ແລະ ສາມາດເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ. ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ ທີ່ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ ເດັດດ່ຽວຮັບປະກັນເຮັດໃຫ້ປະເທດຊາດ ກໍຄືທ້ອງຖິ່ນຂອບເຂດທີ່ກົມກອງຮັບຜິດຊອບ ມີຄວາມສະຫງົບຢ່າງໜັກແໜ້ນ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ