ຄະນະຄູເຝິກ ແລະ ນັກເຝິກອົບຮົມ ກອງທັບ ລາວ-ຈີນ ຈັດຕັ້ງສະໜາມຫັດແອບ
ເວລາອອກຂ່າວ: 2026-09-08 16:03:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 428 | ຄວາມນິຍົມ: ![]()
ໃນບັ້ນເຝິກຊ້ອມຮ່ວມ ລະຫວ່າງ ກອງທັບ ລາວ-ຈີນ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ເພື່ອມະນຸດສະທຳ ແລະ ການບໍລິການດ້ານການແພດ, ຄະນະຄູເຝິກ ແລະ ນັກເຝິກອົບຮົມຈາກສອງກອງທັບ ໄດ້ຮ່ວມກັນຈັດຕັ້ງ ສະໜາມຫັດແອບ ແລະ ກະກຽມໂຮງໝໍພາກສະໜາມ ເພື່ອຮັບປະກັນຄວາມພ້ອມໃນການຮັບມື ແລະ ໃຫ້ການຊ່ວຍເຫຼືອທາງການແພດ ໃນສະພາບການສຸກເສີນ.
ການຈັດຕັ້ງໂຮງໝໍພາກສະໜາມ ແມ່ນໄດ້ດຳເນີນໄປຢ່າງເປັນລະບົບ ໂດຍມີຄະນະຄູເຝິກ ແລະ ນັກເຝິກອົບຮົມ ຈາກສອງຝ່າຍ ຮ່ວມກັນກະກຽມສະຖານທີ່, ຈັດແບ່ງເຂດປະຕິບັດງານ, ກວດກາອຸປະກອນ ແລະ ຈັດວາງຈຸດບໍລິການຕ່າງໆ ໃຫ້ມີຄວາມພ້ອມການເຝິກຊ້ອມ. ໃນການເຝິກຊ້ອມ, ບຸກຄະລາກອນແພດ ຈາກສອງກອງທັບ ໄດ້ຮ່ວມກັນປະສານງານ, ການແບ່ງໜ້າທີ່, ການຮັບ-ສົ່ງຜູ້ປ່ວຍ ແລະ ການຈັດການດ້ານການແພດຕາມສະຖານະການຈຳລອງ ເພື່ອເອກະພາບເປັນທີມ, ມີຄວາມວ່ອງໄວ, ຖືກຕ້ອງ ແລະ ການປະສານງານຢ່າງມີປະສິດທິຜົນ. ພ້ອມນີ້, ການເຝິກຊ້ອມຍັງເປັນໂອກາດອັນດີ ໃຫ້ນັກເຝິກອົບຮົມ ຈາກສອງຝ່າຍ ໄດ້ແລກປ່ຽນຄວາມຮູ້, ປະສົບການ ແລະ ວິທີການຈັດຕັ້ງວຽກງານການແພດພາກສະໜາມ ເປັນການຍົກສູງທັກສະ, ຄວາມຮູ້ ແລະ ຄວາມພ້ອມໃນການຮ່ວມປະຕິບັດງານ. ການຮ່ວມກັນຈັດຕັ້ງໂຮງໝໍພາກສະໜາມ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການເຝິກຝົນຄວາມພ້ອມດ້ານການແພດເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຄວາມພ້ອມພຽງໃນການຮ່ວມມື, ຄວາມສາມັກຄີ ແລະ ມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ກອງທັບ ລາວ-ຈີນ.
ສຳລັບການເຝິກຊ້ອມໃຫຍ່ ຄັ້ງທີ 1 ຈະໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2026 ແລະ ເຝິກຊ້ອມໃຫຍ່ ຄັ້ງທີ 2 ໃນວັນທີ 13 ກັນຍາ 2026 ທີ່ສະໜາມເຝິກຊ້ອມຈໍາລອງ ສະຖານີປ່ຽນຖ່າຍສິນຄ້າລາວໃຕ້ (ດົງໂພສີ) ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















