ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກົມໃຫຍ່ເສນາທິການກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ
ເວລາອອກຂ່າວ: 2026-09-08 16:12:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 445 | ຄວາມນິຍົມ:



ວັນທີ 8 ກັນຍາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດບັ້ນອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ຂັ້ນຮອງຫົວໜ້າພະແນກການ ແລະ ພະນັກງານຊ່ວຍວຽກ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນເອກ ສັນຕິ ເພັດດວງສິດ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານແຜນການອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ ຂັ້ນຮອງຫົວໜ້າພະແນກການ ແລະ ພະນັກງານຊ່ວຍວຽກ ທົ່ວກົມໃຫຍ່ເສນາທິການກອງທັບ ເພື່ອເຮັດໃຫ້ພະນັກງານ ເຊື່ອມຊຶມກຳແໜ້ນ ບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂອງພັກ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ກົດໝາຍ ຂອງລັດ, ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ແລະ ເປັນການຕອບຕ້ານກົນອຸບາຍ ຫັນປ່ຽນໂດຍສັນຕີ ຂອງບັນດາອິດທິກຳລັງປໍລະປັກ ທີ່ໂຄສະນາໃສ່ຮ້າຍປ້າຍສີບິດເບືອນຕໍ່ແນວທາງ ໃຫ້ທັນການ ແລະ ເປັນການປັບປຸງກົມກອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ຄວາມຈົງຮັກພັກດີ, ຄວາມສັດຊື່ບໍລິສຸດ, ຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ, ຕໍ່ອຸດົມການສັງຄົມນິຍົມ ພ້ອມທັງປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາ, ແບບແຜນດໍາລົງຊີວິດ ແລະ ເຊີດຊູຄວາມຮັບຜິດຊອບ ການເມືອງ ຂອງພະນັກງານ, ສະມາຊິກພັກ ນັບມື້ສູງຂຶ້ນ ແລະ ພ້ອມກັນເຮັດສຳເລັດໜ້າທີ່. ເອກະສານທີ່ນໍາມາອົບຮົມໃນຄັ້ງນີ້ ມີທັງໝົດ 11 ບົດ, ມີນັກເຝິກອົບຮົມ ທັງໝົດ 122 ສະຫາຍ, ກໍານົດເວລາເຝິິກອົບຮົມ 5 ວັນ (ນັບແຕ່ວັນທີ 7-11 ກັນຍາ 2026) ຈຶ່ງສໍາເລັດ. ໂດຍ: ພຸດທະວອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ