ກທອ ປະກາດຍົກຂັ້ນເງິນເດືອນ ແລະ ປະດັບທຽບຊັ້ນໃຫ້ນາຍທະຫານ ທີ່ຮຽນຈົບຈາກສາຍລັດ
ເວລາອອກຂ່າວ: 2026-09-09 09:11:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ກອງບັນຊາການທະຫານອາກາດໄດ້ຈັດຕັ້ງພິທີປະກາດຍົກຂັ້ນເງິນເດືອນໃຫ້ນາຍທະຫານ ແລະ ປະດັບທຽບຊັ້ນໃຫ້ນາຍທະຫານທີ່ຮຽນຈົບສາຍລັດ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳຫຼ້າ ສິມມະວົງ ຮອງຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ມີຄະນະພັກ-ບັນຊາອົງການ 6 ຫ້ອງ, ຄະນະພັກກອງພັນໃຫຍ່ 703, ຫົວໜ້າພະແນກການ, ພະນັກງານຫຼັກແຫຼ່ງ ແລະ ພ້ອມດ້ວຍນາຍທະ ຫານທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງພອນ ອິນທຳມູນ ຮອງຫົວໜ້າພະແນກພະນັກງານຫ້ອງການເມືອງ ກອງບັນຊາການທະຫານອາກາດໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ ຍົກຂັ້ນເງິນເດືອນໃຫ້ນາຍທະ ຫານ ຢູ່ກອງບັນຊາການທະຫານອາກາດ, ອີງຕາມ ມາດຕາ 34 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ຕົກລົງ ຍົກຂັ້ນເງິນເດືອນຈາກ ຊັ້ນ ພັນໂທ ຂຶ້ນຮັບເງິນຊັ້ນ ພັນເອກ ຈຳນວນ 15 ສະຫາຍ ແລະ ຊັ້ນພັນຕີ ຂຶ້ນຮັບເງິນ ຊັ້ນພັນໂທ ຈຳນວນ 3 ສະຫາຍ.
ຈາກນັ້ນ,ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນ ຮຽນຈົບວິຊາສະເພາະຈາກສາຍລັດ ຢູ່ກອງບັນຊາການທະຫານອາກາດ ໃນນີ້, ກົມໃຫຍ່ການເມືອງກອງ ທັບ ຕົກລົງ: ປະດັບທຽບຊັ້ນ ຮ້ອຍໂທ ຈຳນວນ 32 ສະຫາຍ, ຍິງ 5 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີ ຈຳນວນ 8 ສະຫາຍ, ຍິງ 3 ສະຫາຍ.
ໂດຍ: ທະຫານອາກາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















