ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ​ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ
ເວລາອອກຂ່າວ: 2026-09-09 09:12:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ:



ພິທີ​ປະກາດ​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ກັນຍາ 2026 ນີ້,ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບຸນ​ທັນ ໄຊ​ມຸງຄຸນ ກຳມະການ​ປະຈຳ​ພັກ, ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ ທະຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ຄະນະ​ພັກ​ຮາກ​ຖານ ພ້ອມ​ດ້ວຍ​ບັນດາ​ເລຂາ, ຮອງ​ເລຂາ, ກຳມະການ​ໜ່ວຍ​ພັກ ຕະຫຼອດ​ຮອດ​ສະມາຊິກ​ພັກ​ສົມບູນ-ສຳຮອງ ເຂົ້່າ​ຮ່ວມ. ໃນ​ພິທີ ສະຫາຍ ພັນ​ໂທ ຂັນ​ທະ​ລີ ບຸນ​ສະ​ຫວັດ ຫົວໜ້າ​ພະ​ແນກ​ຈັດ​ຕັ້ງ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ໄດ້​ຂື້ນ​ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ. ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ, ອີງ​ຕາມ​ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XII ວ່າ​ ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ, ຍົກ ຍ້າຍ ແລະ ການ​ສິ້ນ​ສຸດ​ເປັນ​ກຳ ມະການ​ຄະນະ​ພັກ, ອີງ​ຕາມ​ໜັງ ສື​ສະເໜີ​ຂອງ​ຄະນະ​ພັກ​ຮາກ​ຖານ​ຫ້ອງ​ເສນາ​ທິ​ການ ວ່າ​ດ້ວຍ​ການ ​ບົ່ງ​ຕົວ​ແຕ່ງຕັ້ງ​ເລຂາ​ຄະນະ​ພັກ​ ຮາກ​ຖານ, ອີງ​ຕາມ​ການ​ສະເໜີ​ຂອງ​ພະ​ແນກ​ຈັດ​ຕັ້ງ​ຫ້ອງ​ການ ເມືອງ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ວັນ​ທີ 3 ສິງຫາ 2026, ຄະ ນະ​ພັກ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ຕົກລົງ​ບົ່ງ​ຕົວ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ຈິດ​ຕະ​ພອນ ພັນ​ວິໄລ ເປັນ​ເລຂາ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ເສນາ​ທິ​ການ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ. ໂດຍ: ແສງ​ດາລາ ໄຊ​ຍະ​ລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ