ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ຊະນະ​ຄາມ ແຮກສ່ຽວ ກັບ​ບ້ານ​ນ້ຳ​ພອກ
ເວລາອອກຂ່າວ: 2026-09-09 09:15:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ຊະ ນະ​ຄາມ​ ແຂວງ​ວຽງ​ຈັນ ໄດ້ຈັດ ພິທີ​ແຮກສ່ຽວ​ກັບ​ອົງການ​ປົກ ຄອງ​ບ້ານ​ນໍ້າ​ພອກ, ໂດຍ​ການ​ເປັນປະທານ​ຂອງ​ ສະຫາຍ ແກ້ວ ພິມມະວົງ ເລຂາ​ພັກເມືອງຊະນະ ຄາມ, ມີ​ ສະຫາຍ ພັນ​ໂທ ນິດ​ທຳ ມັນ​ລັນ​ດອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ວຽງ​ຈັນ, ມີ​ຄະນະ​ຮັບຜິດຊອບ ຈາກ​ກອງ​ບັນຊາ​ການ​ທະຫານ​ແຂວງ, ອົງການ​ປົກຄອງ​ບ້ານ, ພະນັກງານ-ນັກ ຮົບ ຕະຫຼອດ​ຮອດພໍ່​ແມ່​ປະຊາຊົນ​ບ້ານ​ນ້ຳ​ພອກ ເຂົ້າ​ຮ່ວມ. ສະຫາຍ ກອງ​ໜູນ ມະ​ວົງສາ ນາຍບ້ານ ບ້ານ​ນໍ້າ​ພອກ ໄດ້​ລາຍ​ງານ​ປະຫວັດ​ຄວາມ​ເປັນມາ​ ຂອງ​ບ້ານ​ນ້ຳ​ພອກ, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຕົ້ນ​ກຳເນີດ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ແຕ່​ລະ​ໄລ ຍະ, ວິຖີ​ຊີວິດ​ຂອງ​ປະຊາຊົນ ແລະ ສະພາບ​ລວມ​ອື່ນໆ ພາຍ​ໃນ​ບ້ານ. ຈາກ​ນັ້ນ, ສະຫາຍ ພັນໂທ ກົງ​ຄຳ ຈວງ​ສອນ ຫົວໜ້າ​ພະແນກການ​ເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ຊະນະ​ຄາມ ໄດ້​ລາຍ​ງານ​ປະຫວັດ​ການ​ກຳ ເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ລວມ​ທັງ​ຜົນງານ​ການເຄື່ອນໄຫວ​ດ້ານ​ຕ່າງໆຂອງ​ກົມ​ກອງ ນັບ​ແຕ່​ມື້​ສ້າງຕັ້ງ​ຈົນ​ຮອດ​ປັດຈຸບັນ. ໃນ​ພິທີຍັງ​ໄດ້​ຜ່ານ​ຂໍ້​ຕົກລົງຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ແລະ ຂໍ້​ຕົກລົງ ຂອງ​ທ່ານ​ເຈົ້າເມືອງ-ເມືອງ​ຊະນະ​ຄາມ ແຂວງ​ວຽງ​ຈັນ ວ່າ​ດ້ວຍ​ການ​ອະນຸມັດໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ຊະນະ​ຄາມ ແຮກສ່ຽວ ກັບ​ອົງການ​ປົກຄອງ​ບ້ານ​ນ້ຳ​ພອກ, ພ້ອມ​ທັງ​ຜ່ານ​ບົດ​ບັນທຶກ​ສັນຍາ​ແຮກສ່ຽວ ເປັນຕົ້ນ​ແມ່ນການຈັດຕັ້ງ​ປະຕິບັດ​ຮ່ວມມື ​ແຮກສ່ຽວ ໃນ​ການ​ຫວນ​ຄືນມູນ ເຊື້ອ​ຂອງ​ກອງທັບ​ປະຊາຊົນລາວ ແລະ ສືບຕໍ່​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ ເພື່ອ​ພັດທະນາ​ຊົນນະ ບົດ​ຮອບດ້ານ, ແນໃສ່​ເຮັດ​ໃຫ້​ທ້ອງຖິ່ນ​ຂອບ​ເຂດ​ກົມ​ກອງຕັ້ງ​ ທັບ ມີ​ຄວາມ​ສະຫງົບ​ປອດໄພ, ພ້ອມ​ກັນ​ສະກັດ​ກັ້ນ​ບັນດາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆທີ່​ຈະ​ເກີດ​ຂຶ້ນ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ, ສ້າງ​ເງື່ອນໄຂ​ໃຫ້​ແກ່​ການ​ພັດທະນາ​ເສດຖະ ກິດ-ສັງຄົມ ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ. ຈາກ​ນັ້ນ, ກໍ​ໄດ້​ລົງ​ນາມ​ບົດ​ບັນທຶກ​ສັນຍາ​ແຮກສ່ຽວລະ ຫວ່າງ ກອງ​ບັນຊາ​ການ​ທະຫານ​ເມືອງ​ຊະນະ​ຄາມ ກັບ ອົງການ​ປົກຄອງ​ບ້ານ​ນໍ້າພອກ, ໂດຍມີ​ ປະທານ-ຄະນະ​ປະທານ, ອຳ ນາດການ​ປົກຄອງ​ເມືອງ, ຄະນະ​ ພັກ-ຄະນະ​ບັນຊາ, ພາກສ່ວນ​ທີ່​ກ່ຽວຂ້ອງ ແລະ ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ບ້ານ​ເຂົ້າ​ຮ່ວມເປັນ​ສັກ ຂີ​ພິຍານ ພ້ອມ​ທັງ​ໄດ້​ຈັດ​ພິທີ​ບາ ສີສູ່ຂວັນ​ຕາມ​ຮີດ​ຂອງ​ປະເພນີ​ ອັນ​ດີງາມ ອີກ​ດ້ວຍ. ໂດຍ: ວັນ​ລະຄອນ ອ່ອນ​ແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ