ກອງບັນຊາການທະຫານແຂວງຜົ້ງສາລີ ມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2026-09-09 09:41:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 270 | ຄວາມນິຍົມ: ![]()
ວັນທີ 8 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີ ມອບ-ຮັບເງິນອຸດໜູນໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮັກສາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ມີຕາງໜ້າພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ພັນໄຊ ແກ້ວບຸນທີ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຜ່ານບົດບັນທຶກ ມອບ-ຮັບ ເງິນອຸດໜູນໃຫ້ແກ່ນາຍ ແລະ ພົນທະຫານຜູ້ເສຍຊີວິດ ຈໍານວນ 2 ສະຫາຍ ລວມເງິນທັງໝົດ 281.727.935 ກີບ ເຊິ່ງກ່າວມອບໂດຍ ສະຫາຍ ພັນໂທ ບຸນເພັງ ແສງສຸລີ ແລະ ກ່າວຮັບໂດຍ ຕາງໜ້າຄອບຄົວພະນັກງານຜູ້ເສຍຊີວິດ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















