ນັກສິກສາລາວຍາດໄດ້ຜົນງານເດັ່ນໃນການແຂ່ງຂັນກີລານັກສຶກສາອາຊຽນ ຄັ້ງທີ 4 ທີ່ປັກກິ່ງ
ເວລາອອກຂ່າວ: 2018-11-26 08:59:22 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1341 | ຄວາມນິຍົມ: ![]()
ນັກສຶກສາລາວ ທີ່ຮຽນຢູ່ມະ ຫາວິທະຍາໄລພາສາ ແລະ ວັດ ທະນະທຳປັກກິ່ງ ນະຄອນຫຼວງ ປັກກິ່ງ ສປ ຈີນ ສາມາດຄອງ ລາງວັນມາໃນການແຂ່ງຂັນກີ ລານັກສຶກສາອາຊຽນ (Beijing ASEANStudents’ Games 2018)ຄັ້ງທີ 4 ປະຈຳປີ 2018 ເມື່ອວັນທີ 18 ພະຈິກຜ່ານມາ ທີ່ ມະຫາວິທະຍາໄລພາສາ ແລະ ວັດທະນະທຳປັກກິ່ງ ສປ ຈີນ ໄດ້ມີພິທີປິດການແຂ່ງຂັນກີລາ ນັກສຶກສາອາຊຽນ ຄັ້ງທີ 4 ປະ ຈຳປີ 2018 ໂດຍມີ ທ່ານ ເຊີນ ເຕີ ຮ່າຍ ເລຂາທິການສູນອາ ຊຽນຈີນ, ທ່ານ ນາງ ຄົງຫຼຸດເມິງ ຜູ້ອຳນວຍການການສຶກສາ, ວັດທະນະທຳ ແລະ ການທ່ອງ ທ່ຽວສູນອາຊຽນ-ຈີນ ແລະ ທ່ານ ມາເທຍຊື ຜູ້ອຳນວຍການ ສຳນັກງານແລກປ່ຽນລະຫວ່າງ ປະເທດມະຫາວິທະຍາໄລ ສາພາ ແລະ ວັດທະນະທຳປັກກິ່ງ, ມີບັນ ດາຜູ້ຕາງໜ້າຈາກສະຖານທູດ ແຕ່ລະປະເທດ, ຄູ-ອາຈານ, ນັກ ສຶກສາ ແລະ ນັກກີລາທັງໝົດ 10 ປະເທດເຂົ້າຮ່ວມ.
ການແຂ່ງຂັນດັ່ງກ່າວປະ ກອບມີເຕະບານຊາຍ, ບານ ບ້ວງ, ແລ່ນ-ລານ, ປິ່ງປ່ອງ, ດອກປີກໄກ່ ແລະ ໂດດຍາວ. ໃນນັ້ນນັກສຶກສາຈາກປະເທດ ລາວເຮົາໄດ້ເຂົ້າຮ່ວມທຸກລາຍ ການ. ພ້ອມນັ້ນ, ພາຍໃນງານ ຍັງມີການສະແດງສິລະປະ-ວັນ ນະຄະດີ ເປັນຕົ້ນແມ່ນບົດຟ້ອນ ແລະ ຮ້ອງເພງອີກດ້ວຍ. ຜ່ານ ການແຂ່ງຂັນລະຫວ່າງວັນທີ 10-18 ພະຈິກ 2018 ຜົນປາ ກົດວ່າ: ນັກສຶກສາລາວ ສາມາດ ຍາດລາງວັນອັນດັບ 1 ປະເພດກີ ລາເຕະບານຊາຍ, ລາງວັນອັນ ດັບ 2 ກີລາບານສົ່ງຊາຍ-ຍິງ, ລາງວັນອັນດັບ3 ກີລາດອກປີກ ໄກ່, ໂດດຍາວ ໄດ້ຮັບລາງວັນ ອັນດັບ 3. ສ່ວນປະເພດກີລາ ບານບ້ວງ ແລະ ກີລາປິ່ງປ່ອງ ບໍ່ສາມາດຍາດໄດ້ຈັກລາງວັນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















