ຄະນະບໍລິຫານງານຊາວໜຸ່ມ ຫ້ອງການເມືອງ ວພກ ປະກາດການອະນຸມັດພົ້ນອາຍຸກະສຽນ ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ
ເວລາອອກຂ່າວ: 2026-09-09 14:42:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ: ![]()
ວັນທີ 8 ກັນຍາ 2026 ນີ້, ຄະນະບໍລິຫານງານຊາວໜຸ່ມ ຫ້ອງການເມືອງ ວິທະຍາຄານພະລາທິການກອງທັບ (ວພກ) ໄດ້ປະກາດການອະນຸມັດພົ້ນອາຍຸກະສຽນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ຄໍາຈັນ ອຸປະລີ ກໍາມະການຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການເມືອງ ວພກ, ມີຄະນະບໍລິຫານງານ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນຕີ ຂັນທອງ ໄຊຍະວົງ ເລຂາຄະນະບໍລິຫານງານຊາວໜຸ່ມ ຫ້ອງການເມືອງ ວພກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດພົ້ນອາຍຸກະສຽນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 2 ສະຫາຍ ຄື: ສະຫາຍ ພັນຕີ ນາງ ບຸນລົມ ວົງຄໍາພູ ອາຍຸ 36 ປີ ແລະ ສະຫາຍ ຮ້ອຍເອກ ດາວອນ ມຸກລາສີ ອາຍຸ 37 ປີ ພົ້ນອອກຈາກການເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງຖືກຕ້ອງຕາມລະບຽບຫຼັກການ.
ຈາກນັ້ນ, ສະຫາຍ ຮ້ອຍເອກ ການດາ ພິມມະສອນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຫ້ອງການເມືອງ ໄດ້ຜ່ານບົດສະຫຼຸບວຽກງານ ປະຈໍາເດືອນສິງຫາ ຜ່ານມາ ແລະ ບັນດາສະມາຊິກຊາວໜຸ່ມ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ເພື່ອໃຫ້ບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.
ໂດຍ: ມິດຕະນາ ລົມລືເດດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















