ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ໃຫ້​ແກ່​ຄອບຄົວ​ພະນັກງານ​ຜູ້​ເສຍ​ຊີວິດ
ເວລາອອກຂ່າວ: 2026-09-10 09:01:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 179 | ຄວາມນິຍົມ:



ໃນ​ວັນ​ທີ 2 ກັນຍາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ ໄດ້​ຈັດ​ພິທີ ມອບ​ເງິນ​ອຸດ​ໜູນ​ເສຍ​ຊີວິດ​ເທື່ອ​ດຽວ ໃຫ້​ແກ່​ຄອບຄົວ​ພະນັກງານ​ບຳນານ. ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ເປັນ​ປະທານ ແລະ ກ່າວ​ມອບ​ໂດຍ ສະຫາຍ ພັນ​ໂທ ເຄນ ແກ້ວ​ດາລາ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ມີ​ຕາງໜ້າ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ກ່ຽວຂ້ອງ ແລະ ຍາດ​ພີ່ນ້ອງ​ຂອງ​ຄອບຄົວ​ຜູ້​ເສຍ​ຊີວິດ​ເຂົ້າ​ຮ່ວມ. ໂດຍ​ອີງ​ຕາມ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ ແລະ ອີງ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ກົດໝາຍ​ປະກັນ​ສັງຄົມ​ໃນ​ກອງທັບ​ປະຊາຊົນ​ລາວ ເພື່ອ​ແນໃສ່​ເອົາໃຈໃສ່​ເບິ່ງແຍງ​ຊີວິດ​ການ​ເປັນ​ຢູ່ ແລະ ຕອບ​ແທນ​ບຸນຄຸນ ຄຸນງາມຄວາມດີ​ຂອງ​ພະນັກງານ​ທີ່​ໄດ້​ອຸທິດ​ເຫື່ອແຮງ ແລະ ສະຕິ​ປັນຍາ​ເຂົ້າ​ໃນ​ພາລະກິດ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ໄລຍະ​ຜ່ານ​ມາ. ສະຫາຍ ພັນ​ໂທ ເຄນ ແກ້ວ​ດາລາ ໄດ້​ຕາງໜ້າ​ມອບ​ເງິນ​ອຸດ​ໜູນ​ດັ່ງກ່າວ​ໃຫ້​ແກ່​ຄອບຄົວ​ຜູ້​ເສຍ​ຊີວິດ​ຈຳນວນ 1 ສະຫາຍ, ລວມ​ເປັນ​ເງິນ ​ທັງ​ໝົດ 146.105.000 ກີບ. ໂດຍ: ນີ່



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ