ກອງພົນທີ 1 ເປີດຊຸດອົບຮົມວຽກງານພັກ-ວຽກງານການເມືອງໄລຍະສັ້ນ
ເວລາອອກຂ່າວ: 2026-09-10 09:03:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ: ![]()
ໃນວັນທີ 7 ກັນຍາ 2026 ນີ້, ກອງພົນທີ 1 ໄດ້ເປີດຊຸດອົບຮົມວຽກງານພັກ-ວຽກງານການເມືອງໄລຍະສັ້ນຂັ້ນກອງຮ້ອຍ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າຫ້ອງການເມືອງ ກອງພົນທີ1, ມີບັນດາອົງການ 5 ຫ້ອງ, ກອງພັນໃຫຍ່, ກອງພັນ, ກອງຮ້ອຍເອກະລາດ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພັດ ສີວິໄຊ ຮອງຫົວໜ້າຫ້ອງການເມືອງ ໄດ້
ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດເປີດຊຸດອົບຮົມ ວຽກງານພັກ-ວຽກງານການເມືອງຂັ້ນກອງຮ້ອຍຊຸດທີ IV ທົ່ວກອງພົນທີ 1 ຈາກນັ້ນ ສະຫາຍ ພັນໂທ ພູວຽງ ອາລຸນຊົມ ຫົວໜ້າພະແນກໂຄສະນາ-ອົບຮົມ ຫ້ອງການເມືອງ ໄດ້ຜ່ານແຜນການເປີດຊຸດອົບຮົມ ວຽກງານພັກ-ວຽກງານການເມືອງ ໄລຍະສັ້ນ
ຊຸດທີ IV ທົ່ວກອງພົນທີ 1 ປະຈຳປີ 2026. ຈຸດປະສົງໃນການເປີດອົບຮົມໃນຄັ້ງນີ້ ເພື່ອຍົກລະດັບທິດສະດີການເມືອງໃຫ້ພະນັກງານຂັ້ນນຳພາ-ບັນຊາທີ່ບໍ່ທັນ
ຜ່ານໂຮງຮຽນນາຍທະຫານ ໃຫ້ກຳໄດ້ທິດສະດີ, ຫຼັກການ ແລະ ລະບຽບການໃນການນຳພາ-ບັນຊາກົມກອງ, ນຳເອົາແນວທາງນະໂຍບາຍຂອງພັກ-ລັດມາອົບຮົມໃຫ້ພະນັກງານການນຳໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ອຸດົມການພັກຢ່າງຖືກຕ້ອງ, ຍົກລະດັບທິດສະດີ, ຫຼັກການກ່ຽວກັບແບບແຜນ
ວິທີເຮັດວຽກຂອງພະນັກງານຂັ້ນນຳພາ-ບັນຊາຢູ່ບັນດາກົມກອງຮາກຖານ ໃນຂັ້ນກອງຮ້ອຍໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.
ໂອກາດນີ້, ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ໄດ້ເນັ້ນໜັກໃຫ້ ນັກເຝິກອົບຮົມຈົ່ງຕັ້ງໃຈເຂົ້າຮ່ວມເຝິກອົບຮົມ, ດຸໝັ່ນຄົ້ນຄວ້າຮ່ຳຮຽນ, ສົນທະນາແລກປ່ຽນຖອດຖອນຄວາມຮູ້ເຊິ່ງກັນ ແລະ ກັນ, ເພື່ອນຳເອົາບົດຮຽນການເຝິກອົບຮົມໃນຄັ້ງນີ້ໄປຈັດຕັ້ງປະຕິບັດຕົວຈິງຢູ່ບັນດາກົມກອງຂອງຕົນໃຫ້ເກີດດອກອອກຜົນ, ຮັກສາຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















