ເປີດອົບຮົມ-ຫັດແອບເອກະພາບບົດຮຽນ ແລະ ປະເມີນຜົນໃຫ້ ຄູ-ອາຈານ ທີ່ສິດສອນຕົວຈິງ ຊຸດທີ IV
ເວລາອອກຂ່າວ: 2026-09-10 09:05:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 164 | ຄວາມນິຍົມ: ![]()
ວັນທີ 4 ກັນຍາ 2026 ນີ້, ໂຮງຮຽນການທະຫານທ້ອງຖິ່ນ ແຂວງເຊກອງ ໄດ້ເປີດອົບຮົມ-ຫັດແອບເອກະພາບບົດຮຽນ ແລະ ປະເມີນຜົນໃຫ້ ຄູ-ອາຈານທີ່ສິດສອນຕົວຈິງ ຊຸດທີ IV ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວົງໄຊ ພະອຸທອນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງເຊກອງ, ມີບັນດາຄະນະພັກ-ຄະນະບັນຊາໂຮງຮຽນ, ພະ ແນກການທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ແສງທອງ ເກດກອນບຸນ ຮອງຫ້ອງເສນາທິການທະຫານແຂວງເຊກອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ວ່າດ້ວຍການອະນຸມັດເປີດ ອົບຮົມທຳນຽມຄູໃຫ້ແກ່ພະນັກ ງານຄູອາຈານ ຊຸດທີ IV ຢູ່ໂຮງ ຮຽນການທະຫານທ້ອງຖິ່ນ ປະ ຈຳສົກຮຽນ 2025-2026, ໂດຍອີງຕາມ ຂໍ້ກຳນົດກຽ່ວກັບວຽກງານໂຮງຮຽນ ໃນກອງທັບປະ ຊາຊົນລາວ ວ່າດ້ວຍເປີດ-ປິດຮຽນ ຂອງບັນດາໂຮງຮຽນໃນກອງທັບ ແລະ ອີງຕາມ ແຜນ ການອົບຮົມໄຍລະສັ້ນ ຊຸດທີ IV ໃຫ້ພະນັກງານ ຄູ-ອາຈານ ເຮັດ ໜ້າທີ່ສິດສອນຕົວຈິງ ຢູ່ໂຮງຮຽນ
ການທະຫານທ້ອງຖິ່ນ ໄດ້ມີຄວາມເປັນເອກະພາບໃນການສິດສອນ ແລະ ເປັນການຍົກສູງຄວາມຮູ້ຄວາມສາມາດດ້ານ ການສິດສອນໃຫ້ເລິກເຊິ່ງເຖິງຖ່ອງ ແລະ ສາມາດເຮັດໃຫ້ນັກຮຽນເຂົ້າໃຈໄດ້ງ່າຍ. ຈາກນັ້ນ ສະຫາຍ ພັນໂທ ສຸບັນ ແສງມະນີ ຫົວໜ້າພະແນກໂຮງຮຽນທະ ຫານແຂວງເຊກອງ ກໍໄດ້ຂຶ້ນຜ່ານແຜນການອົບຮົມຄັ້ງນີ້ວ່າ: ຈຸດປະສົງ ຄາດໝາຍ ການອົບ ຮົມ-ຫັດແອບໃນຄັ້ງນີ້, ກໍ່ເພື່ອແນໃສ່ເພື່ອສ້າງພະນັກງານຄູ- ອາຈານໃຫ້ມີຄວາມເປັນເອກະພາບໃນການສິດສອນທາງດ້ານທິດສະດີ-ຫຼັກການ, ເພື່ອຍົກສູງຄຸນນະພາບພະນັກງານຄູ-ອາ ຈານໃຫ້ມີຄວາມຮູ້, ຄວາມສາ ມາດທຽບເທົ່າກັບບັນດາໂຮງ ຮຽນ ຫຼື ວິທະຍາຄານຂອງກອງ ທັບ, ເພື່ອກະກຽມເນື້ອໃນຖ່າຍທອດໃຫ້ນັກຮຽນກ່ຽວກັບບັນດາຄວາມຮູ້ພື້ນຖານທາງດ້ານ ທິດສະດີ ຫຼັກການໂດຍຖືກຕ້ອງຕາມຄວາມມຸ້ງປະສົງ. ການເຝິກອົບຮົມໃນຄັ້ງນີ້ ກຳນົດເປັນເວລາ ອົບຮົມ 15 ວັນ, ມີ 3 ເນື້ອໃນອົບຮົມຄື: ເອກະພາບຄືນກ່ຽວກັບຄຳສັບໃສ່ຊື່ບົດສອນ ແລະ ທຳນຽມຄູ, ເອກະພາບຄືນກ່ຽວກັບວິທີການແຕ່ງບົດສອນ ແລະ ເອກະພາບຄືນກ່ຽວກັບອາວຸດແບກຫາບ ແລະ ອາວຸດຊະນິດໃໝ່, ມີຄູເຂົ້າເຝິກອົບຮົມຈຳ 38 ສະຫາຍ.
ໂດຍ: ກອງຄຳ ຈິ່ງດ້າຍອດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















