ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ພະນັກງານ-ນັກຮົບ ທະຫານ​ແຂວງ​ຜົ້ງ​ສາລີ ສຸມ​ໃສ່​ການ​ປັບປຸງ​ສະຖານທີ່​ຄ້າຍ​ຄູ​ໃຫ້​ສະອາດ​ຈົບງາມ
ເວລາອອກຂ່າວ: 2026-09-10 09:06:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 190 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນກັນຍານີ້, ພະ ນັກງານ-ນັກຮົບ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ໄດ້​ ສຸມ​ໃສ່​ປັບປຸງ​ສະຖານທີ່ຄ້າຍຄູ​ ໃຫ້​ແໜ້ນໜາ​ຖາວອນ ແລະ ສະ ອາດ​ຈົບງາມ ໂດຍ​ການ​ຊີ້​ນຳ​ຂອງ​ ສະຫາຍ ພັນ​ເອກ ບຸນຈັນ ທອງ​ອ່ອນ​ປະເສີດ ຫົວໜ້າ​ຫ້ອງ​ພະລາທິການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ; ເຊິ່ງ​ການ​ອອກແຮງ​ງານ​ປັບປຸງ​ກໍ່ ສ້າງ​ຄ້າຍ​ຄູ​ໃນ​ຄັ້ງ​ນີ້ ​ໄດ້​ຈັດ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບັນດາ ຫ້ອງ, ພະແນກການນຳ​ອ້າຍນ້ອງ​ ຂອງ​ຕົນ​ ອະນາ​ໄມ​ຖາງ​ຫຍ້າ, ປັບ​ຖົມ​ໜ້າດິນ​ໃຫ້​ຮາບ​ພຽງ ແລະ ເທ​ພື້ນ​ເບ​ຕົງ ຕາມ​ຂອບ​ເຂດ​ຄວາມ​ຮັບຜິດຊອບທີ່​ ແຕ່​ລະ​ກົມ​ກອງ​ໄດ້​ຮັບ​ການ​ມອບ​ໝາຍ, ໂດຍ​ປະ ຕິບັດ​ຕາມ​ທິດຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ບັນ ຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ເພື່ອ ​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະອາດ​ ຈົບງາມ​ ເປັນຕາ​ໜ້າ​ຢູ່ ແລະ ເປັນ​ການສ້າງຜົນງານ, ສ້າງຂະບວນ​ ການ ຕ້ອນ​ຮັບ​​ວັນ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ຂອງກອງ ທັບ ກໍ​ຄື​ ຂອງ​ກົມ​ກອງ​ໃຫ້​ມີ​ບັນ ຍາກາດ​ຟົດຟື້ນ ແລະ ເປັນ​ການ​ປຸກ​ຈິດ​ສຳນຶກ​ໃຫ້​ນາຍ ແລະ ພົນ ທະຫານ ຮັກ​ຄວາມ​ສະອາດ​ຈົບ ງາມ​ ອີກ​ດ້ວຍ. ໂດຍ: ທອງ​ໄຊ ແສງ​ອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ