ພະນັກງານ-ນັກຮົບ ທະຫານແຂວງຜົ້ງສາລີ ສຸມໃສ່ການປັບປຸງສະຖານທີ່ຄ້າຍຄູໃຫ້ສະອາດຈົບງາມ
ເວລາອອກຂ່າວ: 2026-09-10 09:06:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 182 | ຄວາມນິຍົມ: ![]()
ໃນຕົ້ນເດືອນກັນຍານີ້, ພະ ນັກງານ-ນັກຮົບ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ ສຸມໃສ່ປັບປຸງສະຖານທີ່ຄ້າຍຄູ ໃຫ້ແໜ້ນໜາຖາວອນ ແລະ ສະ ອາດຈົບງາມ ໂດຍການຊີ້ນຳຂອງ ສະຫາຍ ພັນເອກ ບຸນຈັນ ທອງອ່ອນປະເສີດ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງຜົ້ງສາລີ; ເຊິ່ງການອອກແຮງງານປັບປຸງກໍ່ ສ້າງຄ້າຍຄູໃນຄັ້ງນີ້ ໄດ້ຈັດແບ່ງຄວາມຮັບຜິດຊອບໃຫ້ບັນດາ ຫ້ອງ, ພະແນກການນຳອ້າຍນ້ອງ ຂອງຕົນ ອະນາໄມຖາງຫຍ້າ, ປັບຖົມໜ້າດິນໃຫ້ຮາບພຽງ ແລະ ເທພື້ນເບຕົງ ຕາມຂອບເຂດຄວາມຮັບຜິດຊອບທີ່ ແຕ່ລະກົມກອງໄດ້ຮັບການມອບໝາຍ, ໂດຍປະ ຕິບັດຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນ ຊາກອງບັນຊາການທະຫານແຂວງຜົ້ງສາລີ ເພື່ອ ເຮັດໃຫ້ກົມກອງມີຄວາມສະອາດ ຈົບງາມ ເປັນຕາໜ້າຢູ່ ແລະ ເປັນການສ້າງຜົນງານ, ສ້າງຂະບວນ ການ ຕ້ອນຮັບວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງ ທັບ ກໍຄື ຂອງກົມກອງໃຫ້ມີບັນ ຍາກາດຟົດຟື້ນ ແລະ ເປັນການປຸກຈິດສຳນຶກໃຫ້ນາຍ ແລະ ພົນ ທະຫານ ຮັກຄວາມສະອາດຈົບ ງາມ ອີກດ້ວຍ.
ໂດຍ: ທອງໄຊ ແສງອຸດົມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















