ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 14 ຕຸລາ 2026

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ເປີດ​ອົບຮົມ-ຫັດ​ແອບ ປະຈຳ​ໄຕ​ມາດ II
ເວລາອອກຂ່າວ: 2026-09-10 09:07:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 329 | ຄວາມນິຍົມ:



ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ພິທີ​ເປີດ​ຊຸດ​ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ​ໄຕ​ມາດ II ປີ 2026, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ສະຫາຍ ພັນ​ເອກ ຄຳ​ແພງ ອຸ່ນ​ສະຫວັນ ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ, ມີ​ສະຫາຍ ພັນ​ໂທ ບຸນ​ຈັນ ທະໄລ​ຄຳ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ, ມີ​ຄະນະ​ພັກ-ຄະນະ​ບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບຸນ​ສຸກ​ເຮືອງ ຈັນທະ​ວົງ ຮອງ​ຫົວໜ້າ​ພະ​ແນກ​ອົບຮົມ ຫ້ອງ​ເສນາ​ທິ​ການ​ທະຫານ​ແຂວງ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຜົ້ງ​ສາລີ ວ່າ​ດ້ວຍ​ການ​ອະນຸມັດ ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ເປີດ​ຊຸດ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳ​ໄຕ​ມາດ II ປີ 2026. ຈາກ​ນັ້ນ, ສະຫາຍ ພັນ​ໂທ ວຽງ​ຄຳ ມົນ​ທະ​ມິດ ຮອງ​ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ເມືອງ​ບຸນ​ເໜືອ ໄດ້​ຜ່ານ​ແຜ່ນ​ການ​ອົບຮົມ-ຫັດ​ແອບ ປະກອບ​ມີ ພາກ​ການເມືອງ​ຮັບ​ໃຊ້​ສູ້​ຮົບ ກຳນົດ​ເວລາ​ອົບຮົມ 7 ວັນ, ພາກ​ລະບຽບ-ພິທີການ 7 ວັນ, ພາກ​ກິລາ​ການ​ທະຫານ 8 ວັນ, ຄວາມ​ຮູ້​ກ່ຽວ​ກັບ​ເຫຼົ່າ​ຮົບ 2 ວັນ, ສິລະ​ປະຍຸດ​ທະຫານ​ຮາບ 22 ວັນ, ຍຸດທະວິທີ​ທະຫານ​ຮາບ 30 ວັນ, ພາກ​ພະລາທິການ 4 ວັນ ແລະ ພາກ​ເຕັກນິກ 4 ວັນ, ກຳນົດ​ເວລາ​ອົບຮົມ-ຫັດ​ແອບ​ທັງ​ໝົດ 90 ວັນ. ຈຸດປະສົງ ກໍ​ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ໃຫ້​ພະນັກງານ-ນັກຮົບ ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວ ຮັບປະກັນ​ການ​ກຽມພ້ອມ​ສູ້​ຮົບ, ທັງ​ເປັນ​ການ​ເຝິກຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ ໃຫ້​ພະນັກງານ-ນັກຮົບ ມີ​ສຸຂະພາບ​ເຂັ້ມແຂງ ກຽມພ້ອມ​ຮັບ​ໃຊ້​ໜ້າທີ່​ໃນ​ທຸກ​ສະພາບ​ການ. ສະຫາຍ ພັນ​ເອກ ຄຳ​ແພງ ອຸ່ນ​ສະຫວັນ ໄດ້​ມີ​ຄຳ​ເຫັນ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ, ຄູ​ອາຈານ ແລະ ພະນັກງານ-ນັກຮົບ ຈົ່ງ​ພ້ອມ​ກັນ​ເປັນ​ເຈົ້າ​ການ ປະຕິບັດ​ແຜນການ​ອົບຮົມ-ຫັດ​ແອບ, ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ ແລະ ຂອງ​ກົມ​ກອງ​ວາງ​ອອກ ໃຫ້​ເຂັ້ມ​ງວດ, ບຸກ​ບືນ​ຜ່ານ​ຜ່າ​ອຸປະສັກ​ຫຍຸ້ງຍາກ​ນາໆ​ປະການ ເພື່ອ​ເຮັດ​ໃຫ້​ບັ້ນ​ອົບຮົມ-ຫັດ​ແອບ ສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ 100%. ໂດຍ: ທອງ​ສຸກ ຈັນ​ຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ