ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງທັບປະຊາຊົນລາວໄດ້ຮັບຫຼຽນໄຊດາວຄຳ ທີ່ເປັນຫຼຽນສູງສຸດຂອງ ສສ ຫວຽດນາມ
ເວລາອອກຂ່າວ: 2019-11-05 09:37:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ປະຕິບັດຕາມຂໍ້ຕົກລົງຂອງ ປະທານປະເທດແຫ່ງ ສສ ຫວຽດ ນາມ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຮ່ວມ ກັບກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີປະ ດັບຫຼຽນໄຊປະເພດຕ່າງໆໃຫ້ແກ່ກົມກອງລວມໝູ່ ແລະ ບຸກ ຄົນໃນກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການປະ ກອບສ່ວນສ້າງສາຍພົວພັນມິດ ຕະພາບ ຄວາມສາມັກຄີພິເສດ ລະຫວ່າງສອງຊາດ, ຫວຽດ ນາມ-ລາວ, ລາວ-ຫວຽດນາມ ໃນໄລຍະຜ່ານມາ, ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນມູນ ເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະກິດປະຕິວັດຂອງປະ ຊາຊົນລາວບັນດາເຜົ່າຄົບຮອບ 70 ປີ(30/10/1949-30/10/2019), ໃນນັ້ນໄດ້ປະ ດັບຫຼຽນໄຊ ດາວຄໍາ ເຊິ່ງເປັນ ຫຼຽນໄຊສູງສຸດຂອງ ສສ ຫວຽດນາມ ໃຫ້ແກ່ກອງທັບປະຊາ ຊົນລາວ, ປະດັບຫຼຽນໄຊເອກະລາດຊັ້ນ I ໃຫ້ແກ່ກົມກອງ ລວມໝູ່ ຈໍານວນ 7 ກົມກອງໃນນັ້ນມີ: ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ການ ເມືອງກອງທັບ, ກົມໃຫຍ່ພະລາ ທິການກອງທັບ, ກົມໃຫຍ່ເຕັກນິກ ກອງທັບ, ຫ້ອງວ່າ ການກະຊວງ ປ້ອງກັນປະເທດ, ຫ້ອງການ ປກຊ-ປກສ ສູນກາງ ແລະ ກົມ 213, ປະດັບຫຼຽນໄຊເອກະລາດ ຊັ້ນ II ໃຫ້ກົມກອງລວມໝູ່ 10 ຫົວໜ່ວຍກົມກອງໃນນັ້ນມີ: ວິທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ, ກົມວິທະຍາ ສາດ-ປະຫວັດສາດການທະ ຫານ, ວິທະຍາຄານກົມມະດຳ, ກົມພົວພັນຕ່າງປະເທດ, ວິທະ ຍາຄານພະລາທິການ, ກອງພົນ ທີ 1, ກອງພົນທີ 2, ກອງພົນທີ 3, ກອງພົນທີ 4, ກອງພົນທີ 5 ແລະ ບຸກຄົນ 4 ສະຫາຍ, ປະດັບ ຫຼຽນໄຊເອກະລາດຊັ້ນ III ໃຫ້ 35 ຫົວໜ່ວຍກົມກອງໃນນັ້ນມີ: ກົມໂຄສະນາອົບຮົມ, ກົມສູ້ຮົບ, ກົມທະຫານຊາຍແດນ, ກົມນະ ໂຍບາຍ, ວິທະຍາຄານເຕັກນິກ ການທະຫານ, ກົມແຜນທີ່, ກົມ ເຄມີສາດ, ກົມ 49, ກົມປ້ອງ ກັນອາກາດ, ກົມກົດລັບ, ວິ ທະຍາຄານການແພດ, ໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໜັງສືພິມກອງທັບ, ກອງສິລະປະກອນກອງທັບ, ຫໍ ພິພິທະພັນປະຫວັດສາດກອງ ທັບ, ຫ້ອງການກົມໃຫຍ່ການ ເມືອງກອງທັບ, ກົມຄຸ້ມຄອງອາ ວຸດ-ກະສູນ, ບັນດາກອງບັນຊາ ການທະຫານແຂວງເຊັ່ນ: ຜົ້ງ ສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ອຸ ດົມໄຊ, ໄຊຍະບູລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ໄຊສົມ ບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະ ຫວັນນະເຂດ, ສາລະວັນ, ຈໍາ ປາສັກ, ເຊກອງ, ອັດຕະປື, ແຂວງວຽງຈັນ, ນະຄອນຫຼວງ ວຽງຈັນ ແລະ ບຸກຄົນ 15 ສະ ຫາຍ ແລະ ປະດັບຫຼຽນໄຊມິດ ຕະພາບໃຫ້ບຸກຄົນ 15 ສະ ຫາຍ, ໂດຍແມ່ນ ສະຫາຍ ພົນ ເອກ ໂງ ຊວນ ລິກ ກໍາມະການ ກົມການເມືອງ ສູນກາງພັກ ຄອມມຸຍນິດ ຫວຽດນາມ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດ ຫວຽດນາມເປັນຜູ້ປະດັບ ຫຼຽນຢ່າງສົມກຽດ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 4 ພະຈິກນີ້, ທີ່ກະຊວງປ້ອງ ກັນປະເທດ, ໂດຍເປັນກຽດເຂົ້າ ຮ່ວມໃນພິທີມີ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການ ເມືອງ ສູນກາງພັກ, ຮອງປະ ທານປະເທດແຫ່ງ ສປປ ລາວ, ສະຫາຍ ພົນເອກ ໂງ ຊວນ ລິກ ກໍາມະການກົມການເມືອງ ສູນກາງພັກ ຄອມມູນິດ ຫວຽດ ນາມ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ສສ ຫວຽດນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງສູນກາງພັກ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ມີເອກອັກ ຄະລັດຖະທູດ ສສ ຫວຽດນາມ ປະຈໍາລາວ, ການນໍາພັກ-ລັດ, ການນໍາກະຊວງ, ບັນດາກົມ ໃຫຍ່ ແລະ ຕາງໜ້າຄະນະພັກ- ຄະນະບັນຊາອົງການ, ກົມກອງ ອ້ອມຂ້າງກະຊວງປ້ອງກັນປະ ເທດລາວເຂົ້າຮ່ວມ. ສະຫາຍ ພົນເອກ ໂງ ຊວນ ລິກ ໄດ້ມີຄໍາເຫັນວ່າ: ການປະ ດັບຫຼຽນໄຊດາວຄຳໃຫ້ກອງທັບ ປະຊາຊົນລາວ ແລະ ຫຼຽນໄຊ ປະເພດຕ່າງໆໃຫ້ແກ່ກົມກອງ ລວມໝູ່ ແລະ ບຸກຄົນໃນກອງ ທັບປະຊາຊົນລາວ ໃນຄັ້ງນີ້ແມ່ນ ເປັນການຈາລຶກຜົນງານການປະ ກອບສ່ວນອັນສຳຄັນຂອງກອງ ທັບປະຊາຊົນລາວໃນການກໍ່ ສ້າງ ແລະ ເພີ່ມທະວີສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ຫວຽດ ນາມ-ລາວ ປະກອບສ່ວນເຮັດ ໃຫ້ສາຍພົວພັນອັນສະໜິດສະ ໜົມ, ບໍລິສຸດຜຸດຜ່ອງ, ຄວາມ ສາມັກຄີພິເສດທີ່ສະໜິດແໜ້ນ ລະຫວ່າງສອງພັກ, ລັດ, ປະຊາ ຊົນ ແລະ ກອງທັບສອງຊາດ ລາວ-ຫວຽດນາມ ພວກເຮົາເລິກ ເຊິ່ງຂຶ້ນກວ່າເກົ່າ, ພວກເຮົາເຊື່ອ ໝັ້ນວ່າ: ເຖິງວ່າຈະຢູ່ໃນສະຖາ ນະການແນວໃດ, ເງື່ອນໄຂແນວ ໃດກໍຕາມສອງຊາດພວກເຮົາຈະ ຍັງສືບຕໍ່ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍນໍ້າໃຈມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບ ດ້ານ ຫວຽດນາມ-ລາວ ນີ້ໃຫ້ໝັ້ນ ຄົງທະນົງແກ່ນຊົ່ວກາລະນານ. ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວຕີລາຄາ ສູງຕໍ່ການຍ້ອງຍໍຂອງພັກ ແລະ ລັດຖະບານ ສສ ຫວຽດນາມ, ຕໍ່ກອງທັບປະຊາຊົນລາວໃນຄັ້ງ ນີ້ , ເຊິ່ງເປັນຄວາມພາກພູມໃຈ ຂອງພະນັກງານ-ນັກຮົບກອງ ທັບປະຊາຊົນລາວ, ທັງສະແດງ ໃຫ້ເຫັນວ່າຕະຫຼອດໄລຍະ 70 ປີຜ່ານມາຜົນງານທີ່ກອງທັບ ປະຊາຊົນລາວຍາດມາໄດ້ນັ້ນ, ແມ່ນຕິດພັນກັບຜົນງານລວມ ຂອງສອງປະເທດເຮົາ, ແມ່ນ ຜົນງານແຫ່ງການຮ່ວມສໍາພັນ ສູ້ຮົບລາວ-ຫວຽດນາມຕະຫຼອດ ໄລຍະແຫ່ງການຕໍ່ສູ້ກູ້ຊາດຕ້ານ ສັດຕູໂຕດຽວກັນ, ເພື່ອຄວາມ ເປັນເອກະລາດແຫ່ງຊາດຂອງ ລາວເຮົາ, ໃນໄລຍະຜ່ານມາກໍ ຄືໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນທຸກວັນນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງ ໄດ້ກ່າວສະແດງຄວາມຂອບໃຈ ຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງທີ່ຍາມໃດກໍໄດ້ ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ຕະຫຼອດມາ ໂດຍ ສະເພາະແມ່ນຊ່ວຍເຫຼືອແກ່ກອງ ທັບປະຊາຊົນລາວ ບໍ່ວ່າທາງ ດ້ານວັດຖຸກໍຄືປັດໄຈຕ່າງໆລວມ ທັງການກໍ່ສ້າງຊັບພະຍາກອນ ມະນຸດ ແລະ ອື່ນໆຢ່າງໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນ ຢ່າງສະເໝີຕົ້ນສະເໝີປາຍຕະ ຫຼອດມາ, ເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການເສີມສ້າງ ແລະ ຮັດແໜ້ນສາຍພົວພັນມິດ ຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະ ຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ແຕກ ດອກອອກຜົນຢ່າງບໍ່ຢຸດຢັ້ງ. ໂອກາດນີ້, ກະຊວງປ້ອງກັນ ປະເທດ ສສ ຫວຽດນາມຍັງ ໄດ້ມອບເງິນຈໍານວນ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອ ປະຊາຊົນລາວທີ່ໄດ້ຮັບຜົນກະ ທົບຈາກໄພນໍ້າຖ້ວມຢູ່ພາກກາງ ແລະ ພາກໃຕ້ຂອງລາວອີກດ້ວຍ. ໂດຍ: ນ. ຍ້ອມເພັດ ວິໄລພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ