ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 16 ຕຸລາ 2026

  

ກົມໃຫຍ່ການເມືອງກອງທັບ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ
ເວລາອອກຂ່າວ: 2026-09-10 15:08:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 484 | ຄວາມນິຍົມ:



ວັນທີ 10 ກັນຍາ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າ ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການການອະນຸມັດໃຫ້ນາຍທະຫານ ພັກການ ຮັບບຳນານ ໃນນີ້, ອະນຸມັດໃຫ້ ສະຫາຍ ພັນໂທ ນາງ ລໍາພັນ ບໍໃບຄໍາ ຫົວໜ້າພະແນກພະລາທິການ-ເຕັກນິກ ກອງວາລະສານປ້ອງກັນຊາດ, ສະຫາຍ ພັນໂທ ໄພວັນ ຈິດປັນຍາ ຮອງຫົວໜ້າພະແນກແຜນການ-ສັງລວມ ອົງການໄອຍະການທະຫານຂັ້ນສູງ, ສະຫາຍ ພັນໂທ ນາງ ສຸກສະຫວັດ ດວງມີໄຊ ຫົວໜ້າພະແນກ ຕານ່າງຂ່າວ ແລະ ເພື່ອນຮ່ວມງານ ກອງບັນນາທິການ ໜັງສືພິມກອງທັບ, ສະຫາຍ ພັນໂທ ຫຸມພັນ ມະນີວັນ ຊ່ວຍວຽກພະແນກ ອອກແບບ-ຈັດວາງສະແດງ ຫໍພິພິທະພັນປະຫວັດສາດກອງທັບ, ສະຫາຍ ຮ້ອຍເອກ ນາງ ທອງສຸກ ວົງຈາວເລືອງ ຊ່ວຍວຽກຂະແໜງສະໂມສອນ ຫ້ອງການເມືອງ, ສະຫາຍ ຮ້ອຍໂທ ນາງ ໝັ້ນ ດວງເພັດແກ້ວປັນຍາ ຊ່ວຍວຽກຂະແໜງພະລາທິການ ສູນເສຍອົງຄະພິເສດ 790, ສະຫາຍ ຮ້ອຍຕີ ນາງ ວຽງດາວັນ ຫຼ້າສະຫວັດດີ ຊ່ວຍວຽກຂະແໜງບໍລິຫານ ສູນອົງຄະທຽມ 686 ພັກການ ຮັບບໍານານ ຍົກຂັ້ນເງິນເດືອນໃຫ້ທຽບເທົ່າ ຂັ້ນ ພັນເອກ 4 ສະຫາຍ, ພັນຕີ 1 ສະຫາຍ, ຮ້ອຍເອກ 1 ສະຫາຍ ແລະ ຮ້ອຍໂທ 1 ສະຫາຍ. ໂດຍ: ອະວິໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ