ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-10 15:27:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 418 | ຄວາມນິຍົມ:



ວັນທີ 9 ກັນຍາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ພ້ອມທັງ ມອບບັດສະມາຊິກພັກສົມບູນ ຊຸດທີ 8, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ, ຫ້ອງ, ກອງພັນ ພ້ອມດ້ວມສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຮຽງ ພິມະວົງ ຄະນະປະຈຳພັກ, ຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານບົດສະຫຼຸບ ວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, ສະຫາຍ ພັນໂທ ສົມຈິດ ພູມີພົນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານເນື້ອໃນຂໍ້ແຂ່ງຂັນ ການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ແລະ ສະຫາຍ ພັນໂທ ທອງດຳ ສີຈັນທາ ຫົວໜ້າພະແນກຈັດຕັ້ງພັກ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບັນດາກົມກອງທີ່ຂຶ້ນກັບຄະນະພັກໂຮງຮຽນກໍ່ສ້າງນາຍສິບ ເລກ 1 ປະຈໍາປີ 2025 ຈໍານວນ 18 ໜ່ວຍພັກ ໃນນີ້, ຮັບຮອງເອົາ 7 ຄັ້ງຕິດຕໍ່ກັນ 3 ໜ່ວຍພັກ; ຮັບຮອງເອົາ 5 ຄັ້ງຕິດຕໍ່ກັນ 2 ໜ່ວຍພັກ; ຮັບຮອງເອົາ 4 ຄັ້ງຕິດຕໍ່ກັນມີ 1 ໜ່ວຍພັກ; ຮັບຮອງເອົາ 3 ຄັ້ງຕິດຕໍ່ກັນ 5 ໜ່ວຍພັກ; ຮັບຮອງເອົາ 2 ຕິດຕໍ່ກັນ 1 ໜ່ວຍພັກ ແລະ ຮັບຮອງໃໝ່ 6 ໜ່ວຍພັກ. ໃນພິທີ, ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການມອບ-ຮັບ ບັດສະມາຊິກພັກສົມບູນ ຊຸດທີ 8 ໃຫ້ສະມາຊິກພັກ ຈຳນວນ 27 ສະຫາຍ ຕື່ມອີກ. ຂ່າວ: ອາລຸນ ແກ້ວຜາສຸກ. ພາບ: ນາງ ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ