ໂຮງຮຽນ 306 ເປີດສົກຮຽນ 2026-2027
ເວລາອອກຂ່າວ: 2026-09-10 15:33:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 492 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ໂຮງຮຽນ 306 ໄດ້ຈັດພິທີ ເປີດສົກຮຽນ 2026-2027 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ຫົວໜ້າການທະຫານ ກົມ 213, ມີບັນດາຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ, ແຂກຖືກເຊີນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ຄຳແພງ ຫຼວງລາດ ຫົວໜ້າການທະຫານ ໂຮງຮຽນ 306 ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດເປີດສົກຮຽນ 2026-2027 ຢູ່ໂຮງຮຽນ 306. ຈາກນັ້ນ, ສະຫາຍ ພັນໂທ ອາມິດໄຊ ເລືອງສີຈັນທອງ ຮອງຫົວໜ້າການທະຫານ ໂຮງຮຽນ 306 ໄດ້ຜ່ານແຜນການ ແລະ ໂຄງການຫຼັກສູດການຮຽນ-ການສອນ ກໍ່ສ້າງນາຍທະຫານຊັ້ນກາງ ວິຊາສະເພາະການທະຫານ, ພາສາອັງກິດ ລະບົບ 2 ປີ (ຊຸດທີ 1) ແລະ ກໍ່ສ້າງນາຍສິບ ພາສາມົ້ງ ລະບົບ 1 ປີ (ຊຸດທີ 4) ປະຈຳສົກຮຽນ 2026-2027. ຈຸດປະສົງ ແລະ ຄາດໝາຍ ແນໃສ່ສ້າງນັກຮຽນວິຊາສະເພາະການທະຫານ ເພື່ອສະໜອງໃຫ້ກົມກອງວິຊາສະເພາະ, ໜ່ວຍງານ, ກອງຮ້ອຍເອກະລາດໃນແຕ່ລະແຂວງ. ພ້ອມດຽວກັນນັ້ນ, ເພື່ອຍົກລະດັບດ້ານພາສາອັງກິດ ແລະ ພາສາມົ້ງ ໃຫ້ພະນັກງານ-ນັກຮົບ ເພື່ອໝູນໃຊ້ເຂົ້າໃນວຽກງານສະເພາະໜ້າ ແລະ ຍາວນານ, ສຶກສາອົບຮົມໃຫ້ນັກຮຽນ ມີຄວາມຮູ້ທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ຮັບຮູ້-ກຳແໜ້ນມູນເຊື້ອຂອງຊາດ, ຂອງກອງທັບ ແລະ ຂອງເຫຼົ່າຮົບ. ນັກຮຽນທຸກຄົນ ຕ້ອງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນັກຮຽນດີ, ມີລະບຽບວິໄນເຂັ້ມງວດ, ປະຕິບັດທຸກຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ກົດໝາຍ ຂອງລັດ ແລະ ຂໍ້ກຳນົດເພີ່ມເຕີມ ຂອງໂຮງຮຽນວາງອອກຢ່າງຖືກຕ້ອງ ພ້ອມທັງກຳແໜ້ນຫຼັກການ, ທິດສະດີ ແລະ ນຳໄປປະຕິບັດຕົວຈິງໃຫ້ມີຄວາມຊຳນານ, ສາມາດ ອ່ານ, ຂຽນ, ຟັງ ແລະ ເວົ້າ ພາສາອັງກິດ ແລະ ພາສາມົ້ງ ໄດ້ໃນຂັ້ນພື້ນຖານ ຫາ ລະດັບຊັ້ນກາງ ເພື່ອສ້າງເຂົາເຈົ້າໃຫ້ກາຍເປັນພະນັກງານສືບທອດທີ່ດີໃນອະນາຄົດ. ສຳລັບສົກຮຽນນີ້ ມີນັກຮຽນເຂົ້າຮ່ວມທັງໝົດ 70 ສະຫາຍ.
ໂອກາດນີ້, ສະຫາຍ ປະທານພິທີ ໄດ້ກ່າວເປີດສົກຮຽນໃໝ່ຢ່າງເປັນທາງການ, ພ້ອມທັງເນັ້ນໜັກໃຫ້ ຄູ-ອາຈານ ແລະ ນັກຮຽນທຸກສະຫາຍ ເອົາໃຈໃສ່ຍົກສູງລະດັບຄວາມຮູ້ ຄວາມສາມາດ, ເພີ່ມພູນຄູນສ້າງທັກສະດ້ານວິຊາການທະຫານ, ທິດສະດີການເມືອງ, ເຕັກໂນໂລຊີ ແລະ ພາສາຕ່າງປະເທດ; ຮຽກຮ້ອງໃຫ້ຄູ-ອາຈານ ຕັ້ງໜ້າປັບປຸງວິທີການຮຽນ-ການສອນ ໃຫ້ມີຄຸນນະພາບ, ສອດຄ່ອງກັບຮຽກຮ້ອງຕ້ອງການ ຂອງກອງທັບໃນຍຸກໃໝ່.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















