ກທອ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-10 15:39:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 471 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ກອງບັນຊາການທະຫານອາກາດ (ກທອ) ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທະນູກອນ ສຸລິຍະແສງ ກໍາມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກທອ, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ເຂົ້າຮ່ວມ.
ສະຫາຍ ພັນເອກ ສິງພອນ ແກ້ວຈໍາປາ ກໍາມະການຄະນະພັກ, ຮອງຫົວໜ້າຫ້ອງການເມືອງ ກທອ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ເຊິ່ງໄລຍະ 1 ປີ ຜ່ານມາ ສາມາດປະເມີນຜົນ ສະມາຊິກພັກ ແລະ ໜ່ວຍພັກ ທົ່ວຄະນະພັກ ກທອ ຄື: ມີສະມາຊິກແຂງ 994 ສະຫາຍ, ຍິງ 130 ສະຫາຍ ກວມເອົາ 91,95%; ສະມາຊິກພັກກາງ 41 ສະຫາຍ, ຍິງ 9 ສະຫາຍ ກວມເອົາ 3,79%, ບໍ່ໄດ້ແບ່ງປະເພດ 46 ສະຫາຍ, ຍິງ 8 ສະຫາຍ ກວມເອົາ 4,25%. ໜ່ວຍພັກ ມີຄະແນນລວມ 9-10 ຄະແນນ ມີ 43 ໜ່ວຍພັກ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 4 ໜ່ວຍພັກ ເທົ່າກັບ 8%, ຈັດປະເພດບັນດາໜ່ວຍພັກແຂງ ມີ 43 ໜ່ວຍພັກ ກວມເອົາ 86%, ໜ່ວຍພັກກາງ 7 ໜ່ວຍພັກ ກວມເອົາ 14%.
ອີງຕາມ ການຕີລາຄາປະເມີນຜົນຂອງຂັ້ນເທິງ ພິຈາລະນາເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 43 ໜ່ວຍພັກ. ຈາກນັ້ນ, ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຄະນະໜ່ວຍພັກ ຢ່າງສົມກຽດ.
ໂດຍ: ນັກຂ່າວທະຫານອາກາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















