ໂຮງງານເກີບທັນວາກອງທັບ ມອບເງິນສະໜັບສະໜູນການເຝິກຊ້ອມ “ຂະບວນລົດໄຟສັນຕິພາບ-2026”
ເວລາອອກຂ່າວ: 2026-09-10 15:43:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ: ![]()
ໃນຕອນບ່າຍ ວັນທີ 10 ກັນຍາ 2026 ຢູ່ສະໜາມເຝິກຊ້ອມຈຳລອງ ດົງໂພສີ ນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະອໍານວຍການ ໂຮງງານເກີບທັນວາ ກອງທັບ ໄດ້ມອບວັດຖຸ ແລະ ເງິນຈຳນວນ 5.000.000 ກີບ ເພື່ອສະໜັບສະໜູນການເຝິກຊ້ອມຮ່ວມ ກອງທັບ ລາວ-ຈີນ ພາຍໃຕ້ລະຫັດ “ຂະບວນລົດໄຟສັນຕິພາບ-2026” ເຊິ່ງຕາງໜ້າມອບໂດຍ ສະຫາຍ ພັນໂທ ວິໄລທອງ ທຳມະເທວີ ຮອງຫົວໜ້າການເມືອງ ໂຮງງານເກີບທັນວາ ກອງທັບ ແລະ ຮັບໂດຍ ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ຄະນະຊີ້ນຳການຝືກຊ້ອມຮ່ວມສອງກອງທັບ ລາວ-ຈີນ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ໄດ້ມອບໃບກຽດຕິຄຸນ ໃຫ້ແກ່ ໂຮງງານເກີບທັນວາ ກອງທັບ ເພື່ອເປັນການຍ້ອງຍໍ ທີ່ໄດ້ປະກອບສ່ວນ ເຂົ້າໃນວຽກງານການເຝິກຊ້ອມຫັດແອບຊ່ວຍເຫຼືອມະນຸດສະທຳ ແລະ ບໍລິການດ້ານການແພດ ກອງທັບ ລາວ-ຈີນ 2026 ຄັ້ງນີ້ ໃຫ້ໄດ້ຮັບໝາກຜົນສູູງ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















