ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ສອບເສັງພາກຮຽນ 2 ນັກຮຽນນາຍສິບ ຊຸດທີ 14
ເວລາອອກຂ່າວ: 2026-09-11 09:34:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ: ![]()
ການສອບເສັງພາກຮຽນ 2 ໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ 14 ລະບົບ 10 ເດືອນຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ ສົກປີ 2025-2026 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 31 ສິງຫາ- ວັນທີ 3 ກັນຍາ 2026, ໂດຍມີ ສະຫາຍ ພັນໂທ ສົງຄາມ ພຸດທະວົງ ຫົວໜ້າການເມືອງ ໂຮງຮຽນການທະຫານທ້ອງຖິ່ນແຂວງໄຊຍະບູລີ, ມີອຳນວຍການໂຮງຮຽນ, ຄູ-ອາຈານ, ກຳ ມະການສອບເສັງ ແລະ ນັກຮຽນນາຍສິບ ຊຸດທີ 14 ເຂົ້າຮ່ວມ.
ເພື່ອເຮັດໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ເປັນການກວດກາຄືນລະດັບຄວາມຮູ້ຂອງນັກຮຽນ, ອີກດ້ານໜຶ່ງ ກໍເພື່ອເປັນການກວດກາເບິ່ງຄຸນນະພາບທາງດ້ານການສິດສອນຂອງຄູ-ອາຈານ ເພື່ອແນໃສ່ເຮັດໃຫ້ນັກຮຽນແຕ່ລະສະຫາຍກຳໄດ້ບົດຮຽນທີ່ໄດ້ຮຽນມາໃຫ້ເປັນລະບົບຄົບຊຸດ ແລະ ເພື່ອເປັນພື້ນຖານໃນການຕີລາຄາຜົນໄດ້ຮັບຕົວຈິງທາງດ້ານການສິດສອນຂອງຄູ-ອາຈານ ແລະ ຄວາມຮັບຮູ້ຂອງນັກຮຽນເພື່ອນຳມາຖອດຖອນບົດຮຽນເຂົ້າໃນການປັບປຸງເນື້ອໃນບົດສອນ ແລະ ວິທີຈັດຕັ້ງປະຕິບັດການຮຽນ-ການສອນໃນຊຸມປີຕໍ່ໄປໃຫ້ດີຂຶ້ນ, ທັງເປັນບ່ອນອີງໃນການຕີລາຄາຈັດປະເພດການຮ່ຳຮຽນຂອງນັກຮຽນແຕ່ລະສະຫາຍໃນການສອບເສັງທາງດ້ານທິດສະດີຫຼັກການ ສົມທົບກັບ ພາກປະຕິບັດຕົວຈິງຖືກຕ້ອງຕາມບາດກ້າວ ແລະ ຕອບຈະແຈ້ງຄົບຖ້ວນເພື່ອແຂ່ງຂັນກັນຍາດໃຫ້ໄດ້ຄະແນນທີ່ດີ; ການສອບເສັງທຸກສະຫາຍຕ້ອງພ້ອມກັນປະຕິບັດຂໍ້ກຳນົດກົດລະບຽບຢ່າງເຂັ້ມງວດ ໃນການສອບເສັງຕ້ອງເປັນເອກະພາບລະຫວ່າງ ຄູ-ອາຈານ, ກຳມະການ ແລະ ພາກສ່ວນເຂົ້າຮ່ວມສອບເສັງມີສະຕິຕື່ນຕົວເປັນເຈົ້າການໃນການປະຕິບັດລະບຽບວິໃນ, ຂໍ້ກຳນົດໃນການສອບເສັງໃຫ້ໄດ້100%, ວິຊາທີນຳມາສອບເສັງໃນຄັ້ງນີ້ ລວມມີ 4 ວິຊາຄື: ການເມືອງ, ສິລະປະຍຸດ, ຍຸດທະວິທີ ແລະ ລະບຽບກິລາ; ຜ່ານການສອບເສັງແລ້ວສາມາດຕີລາຄາຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກຮຽນ ຄື: ການເມືອງ ສາມາດບັນລຸໄດ້ 99,99%; ສິລະປະຍຸດ ບັນລຸໄດ້ 99,99%; ຍຸດທິວິທີ ບັນລຸໄດ້ 99,99% ແລະ ລະບຽບກິລາ ບັນລຸໄດ້ 99,99%.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















