ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພັນ​ໃຫຍ່ 642 ພົບ​ປະ​ແລກປ່ຽນ​ບົດຮຽນ ກັບ​ໂຮງຮຽນ ​ທິດ​ສະ​ດີ​ການເມືອງ​ການ​ປົກຄອງ​ແຂວງ​ບໍ​ລິ​ຄຳ​ໄຊ
ເວລາອອກຂ່າວ: 2026-09-11 09:37:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 207 | ຄວາມນິຍົມ:



ວັນ​ທີ 7 ກັນຍາ 2026, ຢູ່​ທີ່ກອງພັນ​ໃຫຍ່ 642 ໄດ້​ຈັດ​ກອງ ​ປະຊຸມ​ພົບ​ປະ​ແລກປ່ຽນ​ບົດຮຽນ ແລະ ປະ​ເມີນ​ການ​ຮຽນ-ການ​ສອນ ຮ່ວມ​ກັນ ລະຫວ່າງ ໂຮງ ຮຽນ​ທິດ​ສະ​ດີ​ການເມືອງ​ການ​ປົກຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ແລະ ກອງພັນ​ໃຫຍ່ 642, ໂດຍ​ມີ ສະຫາຍ ຈົ່ງ​ຊົງ ຈົ່ງ​ເຕັງ ຫົວໜ້າ​ອຳນວຍ​ການ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ການ​ປົກຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ພ້ອມ​ດ້ວຍ​ຄະນະ, ສະຫາຍ ພັນ​ໂທ ຄຳ​ປິ່ງ ຄູນ​ສົມ​ເຮືອງ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່ 642 ພ້ອມ​ດ້ວຍ​ຄະນະ. ເພື່ອ​ເປັນ​ການ​ພົບ​ປະ​ແລກ ປ່ຽນ​ບົດຮຽນ, ສ້າງ​ຄວາມ​ເຂົ້າ ໃຈ ແລະ ປະ​ເມີນ​ການ​ຮຽນ-ການ​ສອນ​ຂອງ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ການ​ປົກຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ການ​ຖ່າຍ​ທອດ​ບົດຮຽນ​ໃຫ້​ບັນດາ​ນັກ​ສຶກ​ສາ​ພາຍຫຼັງ​ທີ່​ໄດ້​ຮຽນ​ຈົບ​ແລ້ວ​ກັບ​ຄືນ​ມາ​ປະຕິບັດ​ໜ້າທີ່​ຢູ່​ກົມ​ກອງ​ມີ​ຜົນສຳເລັດ​ໜ້ອຍ​ຫຼາຍ​ພຽງ​ໃດ; ສະຫາຍ ພັນ​ໂທ ສໍ​ສິນ​ໄຊ ຈັນທະ​ແສງ ຫົວໜ້າ​ພະແນກການ​ເມືອງ ໄດ້​ລາຍ​ງານ​ສະພາບ​ການ​ລວມ ຂອງ​ພະນັກງານ​ທີ່​ໄດ້ ຮຽນ​ຈົບ​ຈາກ​ໂຮງຮຽນ​ທິດ​ສະ​ດີ​ການເມືອງ​ການ​ປົກຄອງ​ແຂວງ​ບໍ​ລິ​ຄຳ​ໄຊ ໃນ​ແຕ່​ລະ​ຊຸດ, ເຊິ່ງ​ເຫັນ​ໄດ້​ວ່າ ມີ​ຄວາມ​ຮູ້​ຄວາມ​ສາມາດ ໃນ​ການ ນຳພາ-ຊີ້​ນຳ ບັນດາ​ໜ້າ​ວຽກ​ທີ່​ຕົນ​ເອງ​ຮັບຜິດຊອບ​ໄດ້ ດີ, ມີ​ຫົວຄິດ​ປະດິດ​ສ້າງ ກ້າ​ຄິດ, ກ້າ​ທຳ ແລະ ກ້າ​ຮັບ​ຜິດ​ສູງ, ເຊິ່ງ​ມັນ​ສະແດງ​ອອກ​ໃນ​ການ​ໄດ້​ຮັບ​ໜ້າທີ່ ໃໝ່ ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້​ເປັນຕົ້ນ​ແມ່ນ ໄດ້​ເປັນ​ຄະນະ​ກອງພັນ, ເປັນ​ຫົວໜ້າ​ຂະແໜງ, ຫົວໜ້າ​ກອງຮ້ອຍ ແລະ ເປັນ​ຮອງ​ຫົວໜ້າ​ຮ້ອຍ, ບັນດາ​ຜູ້​ທີ່​ຖືກ​ຄັດ​ເລືອກ​ໄປ​ຮຽນ​ແຕ່​ລະ​ຊຸດ​ລ້ວນ​ແລ້ວແຕ່​ເປັນ​ເປົ້າ​ໝາຍ​ສ້າງ​ພະນັກງານ​ຮຸ່ນ​ສຶບ​ທອດ​ປ່ຽນ​ແທນ​ໃນຕໍ່ໜ້າ; ຈາກ​ນັ້ນ, ຄະນະ​ທັງ​ສອງ​ຝ່າຍ ກໍ​ໄດ້​ພ້ອມ​ກັນ​ສະເໜີ​ລາຍ​ງານ ແລະ ແລກປ່ຽນ​ຂໍ້​ມູນ​ສະພາບ​ການ ທີ່​ກ່ຽວຂ້ອງ, ແລກປ່ຽນ​ວິທີ​ການ, ຮູບ​ການ ແລະ ບົດຮຽນ​ຈາກ​ການ​ປະຕິບັດ​ງານ​ຕົວ​ຈິງ; ເນັ້ນ​ໃສ່​ການ​ປັບປຸງ​ສ້າງ​ພະນັກງານ​ຮຸ່ນ​ສຶບ​ທອດ​ໃຫ້​ມີ​ປະສິດທິພາບ​ສູງ​ຂຶ້ນ​ເລື້ອຍໆ​ຢ່າງ​ເໝາະ​ສົມ​ກັບ​ສະພາບ​ການ​ຕາມ​ຍຸກ​ສະໄໝ​ໃໝ່. ໂດຍ: ແຟນ​ຕ່າ ໄຊ​ຍະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ