ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ບົດຮຽນ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ກັບ ຄະນະ​ກຳມະການ​ປົກຄອງ​ເມືອງ​ສີ​ໂຄດ​ຕະບອງ
ເວລາອອກຂ່າວ: 2026-09-11 09:41:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:



ໃນ​ຕົ້ນ​ເດືອນ ກັນຍາ 2026 ຜ່ານ​ມາ​ນີ້, ຢູ່​ສຳນັກງານ​ປົກຄອງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນ ຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ ພົບ​ປະ​ແລກປ່ຽນ​ບົດຮຽນການ​ເກັບ​ກຳ​ສະພາບ​ຮອບດ້ານ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ແລະ ຄະນະ​ກຳມະການ​ປົກຄອງ​ເມືອງ​ສີ​ໂຄດ​ຕະບອງ, ຝ່າຍ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ນຳ​ໂດຍ ສະຫາຍ ພັນ​ໂທ ສົມ​ເພັດ ຈັນທະ​ພິມ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ພ້ອມ​ດ້ວຍ​ຄະນະ, ຝ່າຍ​ເມືອງ​ສີ​ໂຄດ​ຕະບອງ ນຳ​ໂດຍ​ທ່ານ ບຸນ​ມີ ໄຊ​ຍະ​ວົງ ຮອງ​ເລຂາ​ພັກ​ເມືອງ, ປະທານ​ຄະນະ​ກຳມະການ ອົງ ການ​ປົກຄອງ​ເມືອງ​ສີ​ໂຄດ​ຕະ ບອງ ພ້ອມ​ຄະນະ. ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ພົບ​ປະ, ສ້າງ​ຄວາມ​ເຂົ້າໃຈ ແລະ ແລກ ປ່ຽນ​ບົດຮຽນ​ໃນ​ວຽກ​ງານ ເກັບ​ກຳ​ສະພາບ​ຮອບດ້ານ ກ່ຽວ​ກັບ​ສະພາບ​ການເມືອງ, ເສດຖະກິດ-ສັງຄົມ, ການ​ປ້ອງ​ກັນ​ຄວາມ​ສະຫງົບ ກໍ​ຄື​ບັນຫາ​ຕ່າງໆ ທີ່​ອາດ​ສົ່ງ​ຜົນ​ກະທົບ ຕໍ່​ການ​ດຳລົງ​ຊີວິດ. ຈາກ​ນັ້ນ, ບັນ ດາ​ຄະນະ ທັງ​ສອງ​ຝ່າຍ ໄດ້​ພ້ອມ​ກັນ​ລາຍ​ງານ ແລະ ແລກປ່ຽນ​ຂໍ້​ມູນ​ສະພາບ​ການ​ທີ່​ກ່ຽວຂ້ອງ, ແລກປ່ຽນ​ວິທີ​ການ, ຮູບ​ການ ແລະ ບົດຮຽນ​ຈາກ​ການ​ປະຕິບັດ​ງານ​ຕົວ​ຈິງ. ພ້ອມ​ທັງ, ເນັ້ນ​ໃສ່​ການ​ປັບປຸງ​ວິທີ​ການ​ເກັບ​ກຳ​ຂໍ້​ມູນ ໃຫ້​ມີ​ຄວາມ​ຮອບດ້ານ, ຖືກຕ້ອງ, ທັນ​ການ ແລະ ສາມາດ​ນຳ​ເອົາ​ຂໍ້​ມູນ​ໄປ​ວິເຄາະ ເພື່ອ​ປະກອບ​ການ​ວາງ​ແຜນ ແລະ ກຳນົດ​ມາດ​ຕະ ການ​ໃນ​ການ​ແກ້​ໄຂ​ບັນຫາ​ໄດ້​ຢ່າງ​ເໝາະ​ສົມ. ພ້ອມ​ນັ້ນ, ທັງ​ສອງ​ຝ່າຍ ຍັງ​ໄດ້​ແລກປ່ຽນ​ບົດຮຽນ ກ່ຽວ​ກັບ​ການ​ປະສານ​ງານ, ການ​ແຈ້ງ​ສະພາບ​ການ, ການ​ຕິດຕາມ​ສະພາບ​ໃນ​ພື້ນ​ທີ່ ຕະຫຼອດ​ຮອດ​ການ​ປະສານ​ກັບ​ພາກສ່ວນ​ຕ່າງໆ ເມື່ອ​ພົບ​ເຫັນ​ບັນຫາ ຫຼື ເຫດການ​ທີ່​ບໍ່​ສະຫງົບ ຕ້ອງ​ຮ່ວມ​ກັນ​ແກ້​ໄຂ ພ້ອມ​ທັງ​ຍົກ​ສູງ​ປະ​ສິດທິ​ຜົນ​ວຽກ​ງານ​ເກັບ​ກຳ​ສະພາບ ໃຫ້​ສອດຄ່ອງ​ທັນ​ກັບ​ເຫດການ​ຕົວ​ຈິງ. ໂດຍ: ທູມ​ມີ ໄຊ​ຍະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ