ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ສະຫຼຸບວຽກງານປະກັນສັງຄົມ ທົ່ວກົມໃຫຍ່ເຕັກນິກກອງທັບ ປະຈຳ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-09-11 09:42:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 776 | ຄວາມນິຍົມ:



ວັນທີ 10 ກັນຍາ 2026 ນີ້, ພະແນກປະກັນສັງຄົມ ຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ສະຫຼຸບວຽກກງານປະກັນສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026 ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວຽງທອງ ພັດທະສິດ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ, ພະແນກການທີ່ກ່ຽວຂ້ອງ, ຂະແໜງປະກັນສັງຄົມ ແລະ ພະນັກງານວິຊາການ ເຂົ້າຮ່ວມ. ສະຫາຍ ພັນໂທ ທົງໄຊ ກິນນະວົງ ຫົວໜ້າພະແນກປະກັນສັງຄົມ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ປະຈຳ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ ປະຈໍາ 6 ເດືອນທ້າຍປີ 2026 ເຊິ່ງໃນແຕ່ລະໄລຍະ ໄດ້ຈັດຕັ້ງປະຕິບັດຕາມແຜນການ ເປັນຕົ້ນການເກັບກຳ ແລະ ຂຶ້ນທະບຽນສະມາຊິກປະກັນສັງຄົມ ເພື່ອອອກບັດໃຫ້ສະມາຊິກປະກັນສັງຄົມ ເພື່ອເປັນບ່ອນອີງໃນການຂໍຮັບອຸດໜູນປະເພດຕ່າງໆ, ການຈັດຕັ້ງປະຕິບັດເຜີຍແຜ່ບັນດາ ຄໍາສັ່ງແນະນໍາ, ຂໍ້ກຳນົດ, ນິຕິກຳທີ່ກ່ຽວຂ້ອງ ກັບວຽກງານປະກັນສັງຄົມ ໃຫ້ນາຍ ແລະ ພົນທະຫານ ທີ່ຂຶ້ນກັບກົມໃຫຍ່ເຕັກນິກກອງທັບ ໃຫ້ຮັບຮູ້ຢ່າງທົ່ວເຖິງ. ຈາກນັ້ນ, ຕາງໜ້າບັນດາພະແນກການ ແລະ ຂະແໜງປະກັນສັງຄົມ ໄດ້ລາຍງານຫຍໍ້ໃນການຈັດຕັ້ງປະຕິບັດວຽກງານປະກັນສັງຄົມໃນໄລຍະຜ່ານມາ ຍົກໃຫ້ເຫັນທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນັ້ນ, ບັນດາສະຫາຍທີ່ເຮັດວຽກງານປະກັນສັງຄົມ ຂອງແຕ່ລະກົມກອງ ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນ ເພື່ອຖອດຖອນບົດຮຽນ ແລະ ແລກປ່ຽນບັນຫາຕ່າງໆ ທີ່ບໍ່ທັນເຊື່ອມຊຶມຢ່າງຈະແຈ້ງ ເພື່ອພ້ອມກັນນໍາໄປປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂຶ້ນ. ໂອກາດນີ້, ສະຫາຍ ພັນໂທ ທົງໄຊ ກິນນະວົງ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງວຽກງານປະກັນສັງຄົມ ແລະ 9 ປະເພດການອຸດໜູນ ທີ່ກົດໝາຍໄດ້ກຳນົດໄວ້, ພ້ອມທັງ ຕອບຂໍ້ຂ້ອງໃຈ, ຄໍາສະເໜີຕ່າງໆ ທີ່ບັນດາກົມກອງໄດ້ສະເໜີຕໍ່ກອງປະຊຸມ. ຈາກນັ້ນ, ໄດ້ຮັບຟັງການໂອ້ລົມຈາກປະທານ ຕື່ມອີກ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ