ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ຫ້ອງການບໍລິຫານ ກອງພົນທີ 5 ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-09-11 09:46:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 766 | ຄວາມນິຍົມ:



ວັນທີ 10 ກັນຍາ 2026 ນີ້, ຫ້ອງການບໍລິຫານ ກອງພົນທີ 5 ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນຮຽນ ໄຊສະຫວັດ ຮອງຫົວໜ້າຫ້ອງການ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແກ້ວ ເພັງສະຫວັດ ຫົວໜ້າພະແນກຄົ້ນຄວ້າ-ສັງລວມ ຫ້ອງການບໍລິຫານ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການປະຈຳປີ 2026. ຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີແນວຄິດການເມືອງໜັກແໜ້ນ ພ້ອມທັງ, ເຜີຍແຜ່ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຄະນະພັກກອງພົນທີ 5 ຢ່າງເປັນປະຈຳ. ສາມາດກໍ່ສ້າງ ແລະ ຕີລາຄາແບ່ງປະເພດຄຸນນະພາບສະມາຊິກພັກ ຄື: ປະເພດແຂງ 35 ສະຫາຍ, ຍິງ 4 ສະຫາຍ ແລະ ປະເພດກາງ 1 ສະຫາຍ. ຈາກນັ້ນ, ໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໃຫ້ໜ່ວຍພັກທີ 1 ແລະ ໜ່ວຍພັກທີ 2 ຮັບຮອງ ຄັ້ງທີ 6 ຢ່າງສົມກຽດ. ໂດຍ: ໄຊຍະຄານ ພາບໂດຍ: ສິດທິພົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ