ຫ້ອງທະຫານຊາຍແດນ ໄດ້ຮັບການຊ່ວຍເຫຼືອ ຈາກບໍລິສັດ ນ້ຳທາການລົງທຶນ ຈຳກັດ
ເວລາອອກຂ່າວ: 2026-09-11 09:50:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 756 | ຄວາມນິຍົມ: ![]()
ວັນທີ 9 ກັນຍາ 2026 ນີ້, ຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຮັບການຊ່ວຍເຫຼືອ ຈາກບໍລິສັດ ນ້ຳທາການລົງທຶນ ຈຳກັດ ເປັນເງິນຈຳນວນ 40.520.000 ກີບ, ໂດຍການກ່າວມອບ ຂອງ ທ່ານ ຈ້າວເຫີ່ຄຸນ ພ້ອມດ້ວຍທີມງານ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ສຸລິວັນ ສີວິໄລ ຫົວໜ້າຫ້ອງທະຫານຊາຍແດນ ກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ.
ການຊ່ວຍເຫຼືອໃນຄັ້ງນີ້, ເປັນການປະກອບສ່ວນສະໜັບສະໜູນ ເຂົ້າໃນການປັບປຸງຄ້າຍຄູ ໂດຍສະເພາະແມ່ນ ກໍ່ສ້າງກາລາລົດ, ຫ້ອງປະຈຳການ, ຫ້ອງນອນພະນັກງານ-ນັກຮົບ ແລະ ສາງເຄື່ອງ ຂອງຫ້ອງທະຫານຊາຍແດນ.
ໂອກາດນີ້, ສະຫາຍ ພັນໂທ ສຸລິວັນ ສີວິໄລ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງ ທ່ານ ຈ້າວເຫີ່ຄຸນ ພ້ອມດ້ວຍທີມງານ ທີ່ນຳເອົາວັດຖຸປັດໃຈ ມາມອບໃຫ້ໃນຄັ້ງນີ້, ເຊິ່ງເປັນການສ້າງສາຍພົວພັນອັນດີ ລະຫວ່າງ ນັກທຸລະກິດ ແລະ ກຳລັງປ້ອງກັນຊາດທ້ອງຖິ່ນ ແຂວງຫຼວງນ້ຳທາ, ທັງເປັນການປະກອບສ່ວນຊ່ວຍປັບປຸງກໍ່ສ້າງ ຫ້ອງທະຫານຊາຍແດນ ທີ່ເປັນກົມກອງຕັ້ງໃໝ່ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ ແລະ ທວງທັນກັບກົມກອງອື່ນ. ພ້ອມທັງ ໃຫ້ຄຳໝັນສັນຍາ ວ່າຈະນໍາເອົາການຊ່ວຍເຫຼືອໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປັບປຸງກໍ່ສ້າງກົມກອງ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການຊ່ວຍເຫຼືອໃນຄັ້ງຕໍ່ໄປ ຕື່ມອີກ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















