ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 12 ຕຸລາ 2026

  

ກອງພັນໃຫຍ່ 302 ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ເວລາອອກຂ່າວ: 2026-09-11 10:12:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 299 | ຄວາມນິຍົມ:



ວັນທີ 10 ກັນຍາ 2026 ນີ້, ກອງພັນໃຫຍ່ 302 ກອງພົນທີ 3 ໄດ້ເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 5 ສະໄໝທີ VI ຊຸດທີ 2, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ບຸນເກີນ ເຄື່ອນວັນໄທ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງພັນໃຫຍ່ 302, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ຄະນະພັກ-ຄະນະບັນຊາ ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ ເນຶ້ອໃນເອກະສານສຳຄັນ ຕ່າງໆ ຄື: ເນື້ອໃນສຳຄັນ ຂອງໂຄງການ-ການເມືອງ ສະບັບທີ 3, ມະຕິກອງປະຊຸມ ຄົບຄະນະບໍລິຫານງານພັກ ກະຊວງປ້ອງປະເທດ ຄັ້ງທີ 5 ສະໄໝທີ VI, ບົດສະຫຼຸບການນໍາພາຮອບດ້ານ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ເນື້ອໃນສໍາຄັນ ຂອງບົດລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກົດລະບຽບພັກ ສະໄໝທີ XII, ຂໍ້ກຳນົດ ແລະ ຂໍ້ຕົກລົງ ວ່າດ້ວຍການແຂ່ງຂັນ-ຍ້ອງຍໍ ໃນກອງທັບປະຊາຊົນລາວ, ແຜນພັດທະນາເສດຖະກິດສັງຄົມ 5 ປີ ແຫ່ງລັດຄັ້ງທີ X. ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານ ໃນຄັ້ງນີ້, ເພຶ່ອເຮັດໃຫ້ພະນັກງານສະມາຊິກພັກ ໄດ້ຮັບຮູ້, ເຊື່ອມຊຶມ ຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ກໍາແໜ້ນບັນດາແນວທາງ, ແຜນນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ກໍາໄດ້ສະພາບການ ແລະ ໜ້າທີ່ ຂອງກົມກອງຢ່າງທົ່ວເຖິງ, ພ້ອມທັງ ເປັນເຈົ້າການຕອບຕ້ານການໂຄສະນາບິດເບືອນ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກໍາລັງປໍລະປັກ, ຍົກສູງການນໍາພາຂອງພັກ ໃຫ້ມີຄວາມເຂັ້ມແຂງ, ສ້າງໃຫ້ສະມາຊິກພັກທຸກຂັ້ນ ມີການຫັນປ່ຽນຢ່າງເລິກເຊິ່ງ, ເປັນລະບົບໃນຂົງເຂດວຽກງານ, ມີຄວາມເຂັ້ມແຂງ ແລະ ມີວິໄສທັດ, ທັດສະນະ ແລະ ຄາດໝາຍສູ້ຊົນ ໃນການສ້າງສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່. ຂ່າວ: ພອນແກ້ວ ວິໄລສັກ ພາບ: ໄຊຄໍາ ສຸຍະອິນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ