ກອງບັນຊາການທະຫານແຂວງບໍ່ແກ້ວ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ
ເວລາອອກຂ່າວ: 2026-09-11 10:25:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 798 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ ປະກາດການອະນຸມັດໃຫ້ນາຍທະຫານ ພັກການ ຮັບບໍານານ. ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ອົງການ 7 ຫ້ອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ພັກການ ຮັບບໍານານ 5 ສະຫາຍ ຄື: ສະຫາຍ ພັນໂທ ເຄນ ແກ້ວດາລາ ຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄຳເພັດ ຮັກຂັນສາ ຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ, ສະຫາຍ ພັນໂທ ຈັນແກ້ວ ຍົດສົມສັກ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງຫ້ວຍຊາຍ, ສະຫາຍ ພັນໂທ ນາງ ບົວທິບ ເພັດບຸນມີ ຮອງຫົວໜ້າພະແນກເສນາຮັກ ແລະ ສະຫາຍ ພັນໂທ ແສງທອງ ຂັນມະນີ ຫົວໜ້າຂະແໜງການທະຫານທ້ອງຖິ່ນ ກອງບັນຊາການທະຫານເມືອງຫ້ວຍຊາຍ ພັກການ ຮັບບຳນານ.
ໂອກາດນີ້, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ຕື່ມອີກ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















