ຊ້ອມປະສານ ຄັ້ງທີ I ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ
ເວລາອອກຂ່າວ: 2026-09-11 10:30:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 905 | ຄວາມນິຍົມ: ![]()
ວັນທີ 10 ກັນຍາ 2026 ນີ້, ຢູ່ທີ່ ກອງພັນໃຫຍ່ 279 ໄດ້ ຫັດແອບການເດີນສວນສະໝາມ ຊ້ອມປະສານ ຄັ້ງທີ I ເພື່ອກະກຽມງານສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 65 ປີ (1 ຕຸລາ 1961-1 ຕຸລາ 2026) ໂດຍມີ ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຮັກສາການ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 279, ກອງພັນໃຫຍ່ 661, ກອງພັນໃຫຍ່ 11 ພ້ອມດ້ວຍຄະນະຮັບຜິດຊອບ ແລະ ກ້ອນກຳລັງ ແຕ່ລະພາກສ່ວນ ເຂົ້າຮ່ວມ.
ສຳລັບການຫັດແອບເດີນສວນສະໜາມ ປະກອບມີທັງໝົດ 9 ກ້ອນກຳລັງ ໃນນັ້ນ, ມີກ້ອນ ທຸງໄຊ, ກ້ອນພະນັກງານ, ກ້ອນກອງພັນ 161, ກ້ອນກອງພັນ 162, ກ້ອນກອງພັນໃຫຍ່ 279, ກ້ອນກອງພັນໃຫຍ່ 11, ກ້ອນກອງພັນ 615, ກ້ອນສະຫະພັນແມ່ຍິງ ແລະ ກ້ອນເຍົາວະຊົນ.
ໂອກາດນີ້, ສະຫາຍ ພັນເອກ ບຸນປອນ ລົມພະຈັນ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ, ບັນດາກ້ອນກຳລັງສືບຕໍ່ເອົາໃຈໃສ່ປັບປຸງ ບ່ອນທີ່ຍັງບໍ່ສອດຄ່ອງ, ບັນຫາຂໍ້ຄົງຄ້າງຕ່າງໆ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ສວຍງາມ ບໍ່ໃຫ້ມີຄວາມຜິດພາດ ພ້ອມທັງຮັບປະກັນໃນການສະແດງຊ້ອມໃຫຍ່ໃນຄັ້ງໜ້າ ໃຫ້ມີຜົນສຳເລັດຕາມຄາດໝາຍ. ຈາກນັ້ນ ສະຫາຍ ຍັງໄດ້ນຳເອົາ ວັດຖຸ-ປັດໄຈ ຈຳນວນໜຶ່ງ ມາມອບໃຫ້ ຄະນະຮັບຜິດຊອບແຕ່ລະກ້ອນສວນສະໜາມ ຕື່ມອີກ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















