ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະຜູ້ແທນທະຫານແຂວງກອນຕູມ ແລະ ນິງທ້ວນ ສສ ຫວຽດນາມ ຢ້ຽມຢາມເມືອງສະໜາມໄຊ ແຂວງອັດຕະປື
ເວລາອອກຂ່າວ: 2019-11-06 09:18:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:



ຄະນະຜູ້ແທນທະຫານແຂວງ ກອນຕູມ ແລະ ນິງທ້ວນ ທີ່ຂຶ້ນ ກັບທະຫານເຂດ 5 ກອງທັບປະ ຊາຊົນຫວຽດນາມ ເຊິ່ງນຳໂດຍ ສະຫາຍ ພັນເອກ ຫງວຽນ ຮວ່າຍ ນາມ ຮອງຫົວໜ້າການເມືອງ ກອງບັນຊາການທະຫານແຂວງກອນຕູມ ແລະ ສະຫາຍ ພັນເອກ ຫງວຽນ ດິນ ເຊິນ ຮອງຫົວໜ້າ ກອງບັນຊາການທະຫານແຂວງ ນິງທ້ວນ ພ້ອມຄະນະນັກວິຊາ ການທາງການແພດ ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ເມືອງສະໜາມໄຊ ແຂວງ ອັດຕະປື ໃນກາງເດືອນ ຕຸລາ ຜ່ານມານີ້, ໂດຍການໃຫ້ກຽດ ຕ້ອນຮັບຂອງ ສະຫາຍ ຄຳໝັ້ນ ພົມມະແສງ ກຳມະການຄະນະ ປະຈຳພັກເມືອງ, ປະທານແນວ ລາວສ້າງຊາດເມືອງ ແລະ ສະ ຫາຍ ພັນໂທ ບຸນລ້ວນ ເລັດພູວົງ ເໜືອ ກຳມະການພັກເມືອງ, ຫົວ ໜ້າການທະຫານ ກອງບັນຊາ ການທະຫານເມືອງ ພ້ອມຄະນະ ແລະ ອຳນາດການປົກຄອງເມືອງ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ. ສະຫາຍ ຄຳໝັ້ນ ພົມມະແສງ ກໍໄດ້ລາຍງານສະພາບຈຸດພິເສດ ຂອງເມືອງສະໜາມໄຊ ແຂວງ ອັດຕະປື ກໍຄືການເຮັດວຽກງານ ຕ່າງໆຕະຫຼອດໄລຍະທີ່ຜ່ານມາ ໃຫ້ຄະນະຜູ້ແທນຮັບຊາບໂດຍ ຫຍໍ້, ພິເສດແມ່ນໄດ້ກ່າວລາຍ ງານເຖິງສະພາບໄພພິບັດນໍ້າ ຖ້ວມໃນໄລຍະຕົ້ນເດືອນກໍລະກົດ 2018 ຜ່ານມາ ທີ່ສົ່ງຜົນກະທົບ ຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ ປະຊາຊົນຊາວເມືອງສະໜາມໄຊ ຢ່າງໜັກໜ່ວງ ແລະ ການຊ່ວຍ ເຫຼືອຈາກພາກສ່ວນລັດຖະບານ ກໍຄືສັງຄົມທັງພາຍໃນ ແລະ ຕ່າງ ປະເທດ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ຜູ້ແທນຮັບຊາບ, ຈາກນັ້ນໃນ ການມາຢ້ຽມຢາມຂອງຄະນະຜູ້ ແທນທະຫານແຂວງນິງທ້ວນ ແລະ ທະຫານແຂວງກອນຕູມ ພ້ອມນັກວິຊາການແພດ ໃນຄັ້ງນີ້ ຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອ ດ້ານວັດຖຸ ແລະ ເງິນສົດມາມອບ ໃຫ້ຄອບຄົວຂາດທີ່ເພິ່ງ ຈຳນວນ 10 ຄອບຄົວ, ໃນນັ້ນມອບໃຫ້ 5 ຄອບຄົວ ເປັນເງິນສົດ 50 ລ້ານດົງ (ສະກຸນເງິນຫວຽດ ນາມ) ແລະ ອີກ 5 ຄອບຄົວມອບ ຂອງຂວັນຈຳນວນ 5 ຫໍ່ ແລະ ເງິນສົດຄອບຄົວລະ 5 ແສນດົງ (ສະກຸນເງິນຫວຽດນາມ), ນອກ ນັ້ນຍັງໄດ້ລົງເຄື່ອນໄຫວຢ້ຽມ ຢາມ ແລະ ມອບຂອງຂວັນໃຫ້ພໍ່ ແມ່ປະຊາຊົນຢູ່ສູນພັກຊົ່ວຄາວ, ຈຸດບ້ານທ່າແສງຈັນ ແລະ ບ້ານ ສະໝອງໃຕ້ໃນຈຳນວນ 285 ຫໍ່ ລວມມູນຄ່າ 100 ກວ່າລ້ານດົງ (ສະກຸນເງິນຫວຽດນາມ). ທັງນີ້ກໍເພື່ອເປັນການສືບຕໍ່ຮັດ ແໜ້ນຄວາມສາມັກຄີແບບພິເສດ, ມິດຕະພາບ ແລະ ການຮ່ວມມື ຮອບດ້ານລະຫວ່າງປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ຈະ ເລີນງອກງາມຍິ່ງໆຂຶ້ນ. ໂດຍ: ຄຳໃສ ແດນວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ