ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 18 ພະຈິກ 2026

  

ຍ້ອນ​ລະເບີດ​ບໍ່​ທັນ​ແຕກ ໜໍ່ ວາລີ ຈຶ່ງ​ສູນ​ເສຍ​ຂາ
ເວລາອອກຂ່າວ: 2026-09-24 09:10:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 211 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 14-18 ກັນຍາ 2026 ນີ້, ການ​ດຳເນີນ​ກອງ​ປະຊຸມ​ທົບ​ທວນ​ສົນທິສັນຍາ ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ລະເບີດ​ລູກ​ຫວ່ານ ຮອບ​ວຽນ​ທີ3 ທີ່ ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ, ທ່ານ ໜໍ່ ວາລີ ເປັນ​ຊົນ ເຜົ່າ​ມົ້ງ ມາ​ຈາກ​ບ້ານ​ຜັກ​ເບືອກ ເມືອງ​ບໍ​ລິ​ຄັນ ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ມາ ​ແບ່ງປັນ​ເລື່ອງ​ລາວ​ຊີວິດຈິງຕໍ່​ ທີ່​ປະຊຸມ ເຊິ່ງ​ໄດ້​ຂໍ​ຄວາມ​ຊ່ວຍເຫຼືອ ​ສປປ ລາວ ຢ່າງ​ເປັນ​ປົກກະຕິ ແລະ ຕໍ່​ເນື່ອງ ໃນ​ການ​ດຳເນີນ​ການ​ສຳ​ຫຼວດ ແລະ ເກັບ​ກູ້ລະ ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ. ລະ ເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ແຕ່​ປາງ​ສົງຄາມ ຄື​ໄພ​ຂົ່ມຂູ່​ຕໍ່​ຊີວິດ, ຄວາມ​ຝັນ ແລະ ເສດຖະກິດ​ຂອງ​ປະຊາຊົນ​ລາວ. ທ່ານ ໜໍ່ ວາລີ ກ່າວ​ວ່າ: ເມື່ອຫວນ ​ຄືນ​ກັບ​ໄປ​ໃນ​ປີ 1992 ໃນ​ໄວ​ໜຸ່ມ​ອາຍຸ 20 ປີ. ມື້​ນັ້ນ, ຂ້າພະເຈົ້າ ພ້ອມ​ດ້ວຍ​ອ້າຍ​ນ້ອງ​ລວມ 5 ຄົນ ໄດ້​ເດີນທາງ​ອອກ​ຈາກ​ບ້ານ​ປະມານ 7 ກິໂລແມັດ. ຜ່ານ​ເສັ້ນທາງ ທີ່​ເປັນ​ພູເຂົາ ສະຫຼັບ​ສັບ​ຊ້ອນ ໂດຍ​ໃຊ້​ເວລາ​ເກືອບ​ສອງ​ຊົ່ວໂມງ ໄປ​ຫາ​ເຄື່ອງ​ປ່າຂອງດົງ ເຊັ່ນ: ໜໍ່ໄມ້ ແລະ ຜັກ​ປ່າ ເພື່ອ​ມາ​ລ້ຽງ​ຄອບຄົວ, ພໍ​ໄປ​ຮອດ​ຈຸດໝາຍ, ພວກ​ເຮົາ​ກໍ​ແຍກ​ຍ້າຍ​ກັນ​ໄປ​ຫາ​ເຄື່ອງ​ປ່າ ແຕ່​ແລ້ວ, ໃນ​ຕອນ​ທີ່​ຂ້າພະເຈົ້າ​ກຳລັງ​ຍ່າງ, ລະເບີດ​ທີ່​ຝັງ​ຢູ່​ພື້ນ​ດິນ​ກໍ​ດັງ​ກ້ອງ​ຂຶ້ນ​ຢ່າງ​ຮຸນ​ແຮງ, ສຽງ​ດັງ​ໃນຫູ ດັບ​ວູບ​ລົງ, ຂ້າພະເຈົ້າ​ໄດ້​ໝົດ​ສະຕິ, ຮ່າງກາຍ​ເຕັມ​ໄປ​ດ້ວຍ​ບາດແຜ ແລະ ເລືອດ, ສະ​ເກັດ​ລະເບີດ​ຝັງ​ທົ່ວ​ຕົນ​ໂຕ, ຂາ​ເບື້ອງ​ໜຶ່ງ ຕ້ອງ​ສູນ​ເສຍ​ໄປ​ຕະຫຼອດ​ການ. ສຽງ​ຮ້ອງໄຫ້ ແລະ ສຽງ​ຮ້ອງ ​ຂໍ​ຄວາມ​ຊ່ວຍເຫຼືອ​ຂອງ​ອ້າຍ ແລະ ນ້ອງ ດັງ​ສະໜັ່ນ​ໄປ​ທົ່ວ​ປ່າ, ສອງ​ຄົນ​ຟ້າວ​ແລ່ນ​ກັບ​ບ້ານ​ເພື່ອ​ໄປ​ແຈ້ງ​ຂ່າວ​ໃຫ້​ພໍ່​ແມ່ ແລະ ຍາດ​ພີ່ນ້ອງ​ຮັບ​ຊາບ. ຈາກ​ນັ້ນ​ທຸກ​ຄົນ​ຕ່າງ​ກໍ​ຟ້າວ​ມາ​ຫາ​ຂ້າພະເຈົ້າ​ຢູ່​ປ່າ​ແຫ່ງ​ນັ້ນ ເພື່ອ​ຊ່ວຍ​ກັນ​ຕັດ​ໄມ້​ມາ​ເຮັດ​ເປັນ​ອູ່​ມັດ​ເປ​ແລ້ວ​ຍົກ​ຂຶ້ນ ແລະ ຫາມ​ຂ້າພະເຈົ້າ​ກັບ​ບ້ານທ່າມກາງ​ຄວາມເຈັບ​ປວດ​ທໍລະມານ​ເກືອບ 3 ຊົ່ວໂມງ. ເຫດການ​ໃນ​ຄັ້ງ​ນັ້ນ ເຮັດ​ໃຫ້​ຂ້າພະເຈົ້າ​ກາຍເປັນ​ຄົນ​ພິການ ທີ່​ບໍ່​ສາມາດ​ຊ່ວຍເຫຼືອ​ຕົນ​ເອງ ຫຼື ແບ່ງ​ເບົາ​ພາລະ​ຂອງ​ຄອບຄົວ​ໄດ້​ເລີຍ. ຄວາມເຈັບ​ປວດ ແລະ ຄວາມ​ເສຍ​ໃຈ ໄດ້​ສົ່ງ​ຜົນ​ໃຫ້​ຮ່າງ ກາຍ​ຈ່ອຍ​ຜອມ, ນ້ຳໜັກ​ຫຼຸດ​ລົງ​ຫຼາຍ ແລະ ຜົມ​ຫຼົ່ນ​ຈົນ​ເກືອບ​ໝົດ, ການ​ດຳເນີນ​ຊີວິດ​ປະຈຳ​ວັນ ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ. ຊ້ຳ​ຮ້າຍ​ໄປ​ກວ່າ​ນັ້ນ ເມື່ອ​ຍາມ​ອອກ​ໄປ​ນອກ​ບ້ານ, ຂ້າພະເຈົ້າ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ສາຍຕາ ແລະ ຄຳ​ດູ​ໝິ່ນ​ຕ່າງໆ​ນາໆ, ຖ້າ​ບໍ່​ມີ​ຄວາມ​ຮັກ ແລະ ອາຫານ​ການ​ກິນ​ຈາກ​ຄອບຄົວ ຂ້າພະເຈົ້າ ກໍ​ຄົງ​ຈະ​ບໍ່​ມີ​ຊີວິດ​ຢູ່​ມາ​ເຖິງ​ປັດຈຸບັນ​ນີ້ ແລະ ຍ້ອນ​ໃນ​ໃຈ​ບອກ​ວ່າ “ຢ່າ​ຍອມ​ຈຳນົນ” ຫຼັງ​ຈາກ​ຜ່ານ​ພົ້ນ​ສອງ​ປີ​ກວ່າ. ຂ້າພະເຈົ້າ ຈຶ່ງ​ຢາກ ​ອອກ​ໄປ​ເບິ່ງ​ໂລກ​ພາຍ​ນອກ, ອອກໄປ​ເບິ່ງ​ສັດລ້ຽງ. ໃນ​ຕອນ​ນັ້ນ, ການ​ສະໜອງແຂນ, ຂາ​ທຽມ ຍັງ​ບໍ່​ທັນ​ໄດ້​ເຂົ້າ​ເຖິງ​ເຂດ​ຊົນນະບົດ ຫ່າງ​ໄກ​ສອກຫຼີກ ຍ້ອນ​ແນວ​ນັ້ນ ຂ້າພະເຈົ້າ ຈຶ່ງ​ນຳ​ທ່ອນ​ໄມ້​ມາ​ຕັດ, ເຈາະ​ຮູ, ແລ້ວ​ລອງ​ຜິດ​ລອງ​ຖືກ​ປະດິດ​ເປັນ “ຂາ​ທຽມ​ໄມ້​ເຮັດ​ດ້ວຍ​ມື” ດ້ວຍ​ຕົນ​ເອງ. ເຖິງ​ຈະ​ເຈັບ​ປວດ​ຊ້ຳໆ ໃນ​ຊ່ວງ​ທຳ​ອິດ​ທີ່​ລອງ​ໃສ່, ແຕ່​ຂ້າພະເຈົ້າ​ກໍ​ທົນ​ສູ້ ຈົນ​ສາມາດ​ຢືນ ແລະ ກ້າວ​ຍ່າງ​ໄດ້​ອີກ​ຄັ້ງ. ຈົນ​ເຖິງ​ປີ 2015 ຂ້າພະເຈົ້າ​ໄດ້​ສ້າງ​ຄອບຄົວ ໄດ້​ຮັບ​ລ້ຽງ​ລູກ​ບຸນ​ທຳ​ ຊຶ່ງ​ເປັນ​ລູກ​ຂອງ​ອ້າຍ​ທີ່​ເສຍ​ຊີວິດ ແລະ ມີ​ລູກ​ຊາຍ​ຂອງ​ຕົນ​ເອງ​ອີກ 2 ຄົນ ລວມ​ຈຳນວນ​ສະມາຊິກ​ໃນ​ຄອບຄົວ​ເປັນ 4 ຄົນ, ດ້ວຍ​ອາຊີບ​ຈາກ​ການ​ເຮັດ​ໄຮ່​ປູກ ​ເຂົ້າ, ເຮັດ​ສວນ​ມັນຕົ້ນ 2-3 ເຮັກ ຕາ ແລະ ການ​ຫາ​ເຄື່ອງ​ປ່າ ​ເພື່ອ​ຂາຍ ຈຶ່ງ​ສາມາດ​ທ້ອນ​ເງິນ, ສ້າງ​ເຮືອນ​ວິນ​ລາ​ໄດ້ 1 ຫຼັງ. ເຖິງ​ວ່າ​ຊີວິດ​ປັດຈຸບັນ​ແມ່ນ​ຈະ​ຂັດ​ສົນ, ແຕ່​ຂ້າພະເຈົ້າ​ກໍ​ພູມໃຈ​ທີ່​ໄດ້​ສູ້​ດ້ວຍ​ສອງ​ມື​ຂອງ​ຕົນ​ເອງ, ຈາກ​ບາດແຜ ແລະ ຂາ​ທີ່​ສູນ​ເສຍ​ໄປ​ຂອງ​ຂ້າພະເຈົ້າ ຈຶ່ງ​ເປັນ​ສິ່ງ​ຢ້ຳ​ເຕືອນ​ສະເໝີ ວ່າລະເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ແຕ່​ປາງ​ສົງຄາມ ຄື​ໄພ​ຂົ່ມຂູ່​ຕໍ່​ຊີວິດ, ຄວາມ​ຝັນ ແລະ ເສດຖະກິດ​ຂອງ​ປະຊາຊົນ​ລາວ. ເຖິງ​ວ່າຂ້າພະເຈົ້າ​ຈະ​ຢືນ​ຂຶ້ນ​ມາ​ໄດ້​ດ້ວຍ​ຕົນ​ເອງ, ແຕ່​ຍັງ​ມີ​ຜູ້​ທີ່​ຖືກ​ເຄາະ​ຮ້າຍ​ຈາກ ​ລບຕ ອີກ​ຈຳນວນ​ຫຼາຍ ທີ່​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ໃນ​ດ້ານ​ຕ່າງໆ. ທ່ານ ໜໍ່ ວາລີ ກ່າວ​ວ່າ: ໃນ​ນາມ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ຈາກ ​ລບຕ ຄົນ​ໜຶ່ງ, ຂ້າພະເຈົ້າຂໍ​ສົ່ງ​ສຽງ​ຮຽກຮ້ອງ​ຕໍ່​ຜູ້ນຳ ແລະ ຜູ້​ແທນ​ຈາກ​ທົ່ວ​ໂລກ​ໃນ​ທີ່​ປະຊຸມ CCM ແຫ່ງ​ນີ້: “ກະລຸນາໃຫ້ການຊ່ວຍ ເຫຼືອ ​ສປປ ລາວ ຢ່າງ​ເປັນປົກກະ ຕິ ແລະ ຕໍ່​ເນື່ອງໃນ​ການ​ດຳເນີນ ການ​ສຳ​ຫຼວດ ແລະ ເກັບກູ້ລະເບີດ​ ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ” ເພື່ອ​ບໍ່​ໃຫ້​ມີ​ໃຜ​ຕ້ອງ​ສູນ​ເສຍ​ຂາ, ເສຍ​ຄວາມ​ຝັນ ແລະ ການ​ດຳລົງ​ຊີວິດ​ແບບ​ຍາກ​ລຳບາກ​ຄື​ກັບ​ຂ້າພະເຈົ້າ. ໂດຍ: ແສງ​ຈັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ