ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງປະທານປະເທດ ໄດ້ຮັບຫຼຽນລະດັບຊາດຂອງຍີ່ປຸ່ນ
ເວລາອອກຂ່າວ: 2019-11-11 09:24:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 68 | ຄວາມນິຍົມ:



ຂປລ. ໃນວັນທີ 7 ພະຈິກ ນີ້, ຢູ່ສໍານັກພະຣາຊະວັງຍີ່ປຸ່ນ, ທ່ານ ພັນຄຳ ວິພາວັນ ຮອງປະທານ ປະເທດແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄດ້ ເຂົ້າຮັບຫຼຽນ Grand Cordon of the Order of the Rising Sun ຈາກເຈົ້າຈັກກະພັດນາຣຸຮິ ໂຕະ ແຫ່ງຍີ່ປຸ່ນ ເຊິ່ງແມ່ນຫຼຽນ ລະດັບຊາດຂັ້ນສູງສຸດຂອງຍີ່ປຸ່ນ ທີ່ມອບໃຫ້ຊາວຕ່າງຊາດ. ທ່ານ ພັນຄໍາ ວິພາວັນ ໄດ້ມີ ຜົນງານຫຼາຍດ້ານໃນການປະ ກອບສ່ວນເຂົ້າໃນການພົວພັນ ຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ໃນ ໄລຍະດຳລົງຕຳແໜ່ງຮອງນາ ຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໂດຍລວມແລ້ວທ່ານຮອງປະ ທານປະເທດ ສປປ ລາວ ໃຫ້ຄວາມ ສຳຄັນຕໍ່ການພົວພັນຮ່ວມມືກັບ ຍີ່ປຸ່ນ ໃນຂະແໜງການສຶກສາ, ກີລາ, ວັດທະນະທໍາ ແລະ ສັງຄົມ ຕະຫຼອດມາ. ສະເພາະໄລຍະຫຼັງນີ້ ທ່ານ ໄດ້ສະໜັບສະໜູນ ຍີ່ປຸ່ນ ລົງ ສະໝັກເປັນເຈົ້າພາບຈັດງານ ແຂ່ງຂັນກີລາໂອແລັມປິກ 2020 ເຊິ່ງ ສປປ ລາວ ເປັນປະເທດອັນ ດັບຕົ້ນທີ່ແຈ້ງໃຫ້ການສະໜັບສະ ໜູນຍີ່ປຸ່ນ ແລະ ຍີ່ປຸ່ນ ໄດ້ຮັບເລືອກ ຕັ້ງ. ພ້ອມນັ້ນຍັງສົ່ງເສີມການ ຮ່ວມມືດ້ານກີລາລາວ ແລະ ຍີ່ປຸ່ນ ໂດຍສະເພາະການເຝິກແອບນັກ ກີລາລາວ ທີ່ຈະເຂົ້າຮ່ວມງານມະ ຫະກຳກີລາໂອແລັມປິກ 2020 ທີ່ ໂຕກຽວ, ສະໜັບສະໜູນການສ້າງ ຕັ້ງຫ້ອງການຜູ້ຕາງໜ້າສູນອາຊີມູນນິທິຍີ່ປຸ່ນ ປະຈໍາ ສປປ ລາວ. ປັດຈຸບັນ, ຫ້ອງການດັ່ງກ່າວໄດ້ ປະຕິບັດໜ້າທີ່ຢ່າງຕັ້ງໜ້າໃນ ການສົ່ງເສີມການແລກປ່ຽນທາງ ດ້ານວັດທະນະທໍາ ແລະ ສັງຄົມ ສອງປະເທດໄດ້ເປັນຢ່າງດີ, ທັງ ແລກປ່ຽນຄໍາຄິດເຫັນຢ່າງຕັ້ງໜ້າ ແລະ ຮ່ວມກັບ ທ່ານ ຕາເກໂອະ ຄາວາມູຣະ ປະທານສະມາຄົມມິດ ຕະພາບ ຍີ່ປຸ່ນ-ລາວ ຝ່າຍສະພາ ເຂົ້າຮ່ວມພິທີປູກຕົ້ນຊາກູຣະ (ປະ ມານ 220 ຕົ້ນ) ໃນປີ 2015 ທີ່ ແຂວງຫົວພັນ ເຊິ່ງແມ່ນກິດຈະກໍາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍ ພົວພັນການທູດ ລາວ ແລະ ຍີ່ປຸ່ນ ຄົບຮອບ 60 ປີ ແລະ ໄດ້ມີການພັດ ທະນາສະຖານທີ່ປູກຕົ້ນຊາກູຣະ ດັ່ງກ່າວ ໃຫ້ເປັນສວນສາທາລະ ນະຕົ້ນຊາກູຣະມິດຕະພາບ ລາວ ແລະ ຍີ່ປຸ່ນ. ໃນໄລຍະດໍາລົງຕໍາແໜ່ງຮອງ ປະທານປະເທດແຫ່ງ ສປປ ລາວ, ທ່ານໄດ້ໃຫ້ຄວາມສໍາຄັນຕໍ່ການ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ລາວ-ຍີ່ປຸ່ນ; ມີການແລກ ປ່ຽນ ຄໍາຄິດເຫັນແບບກົງໄປກົງ ມາ ແລະ ສ້າງສັນ ກັບ ການນໍາຂັ້ນ ສູງຍີ່ປຸ່ນ ອັນໄດ້ເຮັດໃຫ້ບັນຍາ ກາດການຮ່ວມມືສອງຝ່າຍມີບາດ ກ້າວຂະຫຍາຍຕົວຍິ່ງຂຶ້ນເປັນຕົ້ນ ແມ່ນການພົບປະສອງຝ່າຍ. ນອກ ນັ້ນ, ທ່ານຍັງໃຫ້ຄວາມສໍາຄັນຕໍ່ ການເຄື່ອນໄຫວ, ການລົງທຶນ ແລະ ຢ້ຽມຢາມ ບໍລິສັດ ຍີ່ປຸ່ນ ທີ່ ລົງທຶນ ຢູ່ ລາວອີກດ້ວຍ. ພາຍໃຕ້ ການຊີ້ນໍາຂອງທ່ານເຮັດໃຫ້ລະ ດັບທ້ອງຖິ່ນຂອງລາວເຂົ້າໃຈ ແລະ ຮັບຮູ້ວິທີການບໍລິຫານສວນ ກະສິກໍາ ແລະ ເຕັກນິກການລ້ຽງ ສັດແບບຍີ່ປຸ່ນ, ເຮັດໃຫ້ສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ສອງປະເທດ ລາວ ແລະ ຍີ່ປຸ່ນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກວ້າງຂວາງ ເວົ້າລວມ, ເວົ້າສະເພາະພາບລວມຂອງບໍລິ ສັດຍີ່ປຸ່ນ ທີ່ມາລົງທຶນຢູ່ລາວ ໄດ້ ຮັບການຍົກລະດັບສູງຂຶ້ນ. ຫຼຽນ Order of the Rising Sun ແມ່ນຫຼຽນລະດັບຊາດທີ່ລັດ ຖະບານຍີ່ປຸ່ນມອບໃຫ້ແກ່ຊາວ ຕ່າງຊາດ ເລີ່ມແຕ່ປີ 1875 ເປັນ ຕົ້ນມາ ໂດຍປະດັບໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນຂົງເຂດວຽກງານການທູດ, ການພົວພັນສອງຝ່າຍ, ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ການຮັກສາສິ່ງແວດລ້ອມ ແລະ ອື່ນໆ ໂດຍແມ່ນເຈົ້າຈັກກະ ພັດຍີ່ປຸ່ນ ເປັນຜູ້ມອບ 02 ຄັ້ງ ຕໍ່ປີ (ລະດູໃບໄມ້ປົ່ງຕົ້ນປີ ແລະ ລະດູ ໃບໄມ້ຫຼົ່ນທ້າຍປີ) ເຊິ່ງປະກອບມີ 06 ຂັ້ນ. ໂດຍ: ອ່າຍຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ