ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 15 ຕຸລາ 2026

  

ກອງປະຊຸມ ສະພາວິທະຍາສາດ ຂັ້ນ ວປກ
ເວລາອອກຂ່າວ: 2026-10-01 11:06:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 427 | ຄວາມນິຍົມ:



ກອງປະຊຸມສະພາວິທະຍາສາດ ຂັ້ນ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ)ຜ່ານຫົວບົດພື້ນຖານ ກ່ຽວກັບຍຸດທະສາດປ້ອງກັນຊາດ ແລະ ຍຸດທະສາດການທະຫານ ໄດ້ຈັດຂຶ້ນໃນວັນທີ 30 ກັນຍາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ມີສະມາຊິກສະພາວິທະຍາສາດ ຂັ້ນ ວປກ ແລະ ພາກສ່ວນວິຊາການເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນຊີ້ນໍາ ໃນການຮຽບຮຽງບັນດາເນື້ອໃນເອກະສານ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນ ໃຫ້ໄດ້ຮັບໝາກຜົນສູງ, ຮັບປະກັນໃຫ້ແກ່ການຄົ້ນຄວ້າວິທະຍາສາດໄດ້ຕາມລະດັບຄາດໝາຍ, ຮຽກຮ້ອງມາຍັງບັນດາສະມາຊິກສະພາວິທະຍາສາດ ຕ້ອງຍົກສູງໜ້າທີ່ການເມືອງ, ສຸມສະຕິປັນຍາເຂົ້າໃນການປັງປຸງເນື້ອໃນ ເພື່ອຮັບປະກັນຄວາມເປັນເອກະພາບໃນໝູ່ຄະນະ ແລະ ເຮັດໃຫ້ການຄົ້ນຄວ້າວິທະຍາສາດໃນຄັ້ງນີ້ ສໍາເລັດຕາມແຜນການທີ່ວາງໄວ້. ຈາກນັ້ນ, ບັນດາສະມາຊິກສະພາວິທະຍາສາດ ໄດ້ຄົ້ນຄວ້າແລກປ່ຽນບົດຮຽນ, ປັບປຸງຄືນບັນດາເນື້ອໃນເອກະສານບາງຈຸດທີ່ບໍ່ທັນຖືກຕ້ອງ ແລະ ສອດຫ້ອຍ ລະຫວ່າງຫົວຂໍ້ເອກະສານ ແລະ ເນື້ອໃນເອກະສານຕົວຈິງ ເພື່ອປັບປຸງຫົວບົດພື້ນຖານກ່ຽວກັບ ຍຸດທະສາດປ້ອງກັນຊາດ ແລະ ຍຸດທະສາດການທະຫານ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອນໍາເຂົ້າໃນຫຼັກສູດການຮຽນ-ການສອນ ຢູ່ໃນກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ທົ່ວກອງທັບປະຊາຊົນລາວ ໃຫ້ແທດເໝາະກັບສະພາບການປ່ຽນໃໝ່ ຂອງໂລກ ແລະ ສາມາດນໍາໃຊ້ໃຫ້ມີປະສິດທິຜົນສູງສຸດ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ