ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ທົ່ວກົມໃຫຍ່ເສນາທິການກອງທັບ ປະຈຳໄຕມາດ III ປີ 2026 ປະຈໍາເຂດ 4
ເວລາອອກຂ່າວ: 2026-10-01 11:09:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 399 | ຄວາມນິຍົມ: ![]()
ວັນທີ 30 ກັນຍາ 2026 ນີ້, ຢູ່ຫ້ອງປະຊຸມ ໂຮງຮຽນ 205 ໄດ້ຈັດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ທົ່ວກົມໃຫຍ່ເສນາທິການກອງທັບ ປະຈຳໄຕມາດ III ປີ 2026 ປະຈຳເຂດ 4, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ ໂຮງຮຽນ 205, ກອງກິລາກອງທັບ, ໂຮງງານແຜນທີ່ກອງທັບ, ກອງສຳຫຼວດວັດແທກແຜນທີ່, ສູນສື່ສານ 2061, ສູນເຂົ້າ-ແກ້ລະຫັດກົບ 986, ສູນບັນຊາ761, ກອງພັນ 425 ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຜັດປ່ຽນກັນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ ປະຈໍາໄຕມາດ III ແລະ ວຽກງານຄົງຄ້າງທີ່ຈະຕ້ອງສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດວຽກງານໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນແມ່ນ ຖືເອົາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດສອດຫ້ອຍເຂົ້າທຸກຂົງເຂດວຽກງານຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ 3 ທິດນໍາຂອງພັກ ຄຽງຄູ່ກັນນັ້ນ, ໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ຢູ່ບັນດາກຸ່ມບ້ານຕ່າງໆ ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ເກັບກຳສະພາບການຕ່າງໆ, ເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍພື້ນຖານ, ຈັດຕັ້ງອົບຮົມ-ຫັດແອບວິຊາສະເພາະໃຫ້ມີຄວາມຊຳນິຊຳນານ, ປະກອບສ່ວນເຂົ້າໃນການກໍ່ສ້າງຄ້າຍຄູ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກໍ່ສ້າງກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງ ພ້ອມນັ້ນ, ໄດ້ເອົາໃຈໃສ່ປັບປຸງແກ້ໄຂຊີວິດການເປັນຢູ່ ຊຸກຍູ້ພະນັກງານ-ນັກຮົບ ຖືເອົາການປູກຝັງ-ລ້ຽງສັດ ເພື່ອຮັບປະກັນຕອບສະໜອງອາຫານໃຫ້ແກ່ກົມກອງ, ຮັບປະກັນຄຸ້ມຄອງບົວລະບັດຜັດເຊັດພາຫະນະເຕັກນິກ, ຮັບປະກັນການເຝິກແອບຮໍ່າຮຽນ ເພື່ອຮັບປະກັນການກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງຮອບດ້ານໃນສະເພາະໜ້າ ແລະ ຍາວນານ ຂອງກົມກອງ.
ໂອກາດນີ້, ສະຫາຍ ປະທານ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ສືບຕໍ່ເພີ່ມທະວີວຽກງານການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງຢ່າງເລິກເຊິ່ງ, ປັບປຸງສັບຊ້ອນພະນັກງານໃຫ້ສອດຄ່ອງກັບໜ້າທີ່ວິຊາສະເພາະ, ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ນັບມື້ດີຂຶ້ນ, ເອົາໃຈໃສ່ວຽກງານການບົວລະບັດປົກປັກຮັກສາພາຫະນະເຕັກນິກ ຕ່າງໆ, ເອົາໃຈໃສ່ນຳພາ-ຊີ້ນຳ ກົມກອງ-ຫັນລົງກໍ່ສ້າງຮາກຖານ ຕາມ 4 ເນື້ອໃນ ສົມທົບກັບກຳລັງ ປກສ, ກອງຫຼອນ ແລະ ອຳນາດການປົກຄອງທ້ອງຖິ່ນ ແລະ ພ້ອມກັນເຮັດໃຫ້ສະພາບກົມກອງຕົນເອງຮັບຜິດຊອບ ມີຄວາມສະຫງົບໂດຍພື້ນຖານ.
ໂດຍ: ພຸດທະວອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















