ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 14 ຕຸລາ 2026

  

ຄະນະເຝິກຊ້ອມກອບກູ້ໄພພິບັດ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ຢູ່ ສສ ຫວຽດນາມ
ເວລາອອກຂ່າວ: 2026-10-01 11:53:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 414 | ຄວາມນິຍົມ:



ວັນທີ 30 ກັນຍາ 2026 ນີ້, ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ເດີນທາງເຂົ້າຮ່ວມການເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ຢູ່ ສສ ຫວຽດນາມ, ໂດຍການຕ້ອນຮັບ ຂອງຜູ້ຕາງໜ້າຄະນະເຝິກຊ້ອມ ກອງທັບປະຊາຊົນຫວຽດນາມ ພ້ອມຄະນະ. ຈຸດປະສົງໃນການເຂົ້າຮ່ວມການເຝິກຊ້ອມຄັ້ງນີ້ ເພື່ອເພີ່ມພູນຄູນສ້າງ, ຮັດແໜ້ນຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ລະຫວ່າງ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ, ພ້ອມທັງເປັນການແລກປ່ຽນບົດຮຽນ, ທັກສະ, ເຕັກນິກ ເພື່ອຍົກສູງຂີດຄວາມສາມາດໃນການປະສານງານ, ການບັນຊາ ແລະ ການເຄື່ອນໄຫວຮ່ວມກັນ ໃນການກອບກູ້-ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈາກໄພພິບັດທາງທຳມະຊາດ ເພື່ອໃຫ້ສາມາດຮັບມືກັບສະຖານະການສຸກເສີນ ທີ່ອາດເກີດຂຶ້ນໄດ້ທັນເວລາ ແລະ ມີປະສິດທິພາບສູງສຸດ. ໂດຍ: ໄກ່ນ໋ອດ ເລັດນະຄອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ