ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 14 ຕຸລາ 2026

  

ໂຮງໝໍ ກອງພົນທີ 2 ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ
ເວລາອອກຂ່າວ: 2026-10-01 11:59:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 379 | ຄວາມນິຍົມ:



ວັນທີ 1 ຕຸລາ 2026 ນີ້, ໂຮງໝໍ ກອງພົນທີ 2 ໄດ້ປາຖະກະຖາ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ (12 ຕຸລາ 1981-12 ຕຸລາ 2026) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ຄຳຜິວ ມະນີວົງ ຫົວໜ້າການເມືອງ ກອງພົນທີ 2, ມີຄະນະຫ້ອງ, ພະແນກການທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອໍານວຍການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການປາຖະກະຖາຄັ້ງນີ້ ເພື່ອລະນຶກເຖິງ ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ເຊິ່ງເປັນວັນທີ່ມີຄວາມໝາຍ ຄວາມສຳຄັນທາງດ້ານປະຫວັດສາດ ໃນການຕໍ່ສູ້ກູ້ຊາດຕ້ານຈັກກະພັດແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາເອກະລາດ ອິດສະຫຼະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄວໃຫ້ໝັ້ນຄົງ ແລະ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ອມຊຶມ ກ່ຽວກັບການກໍາເນີດເຕີບໃຫຍ່, ຜົນງານ ແລະ ໄຊຊະນະ ອັນຍິ່ງໃຫຍ່ ຂອງກອງພົນທີ 2 ທີ່ສ້າງໄດ້ໃນຕະຫຼອດໄລຍະ 45 ປີ ຜ່ານມາ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ